Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ສຶກສາອົບຮົມ ກຸ່ມໄວໜຸ່ມກຳລັງຫ້າວ ຂັບຂີ່ລົດກວນເມືອງ “
ວັນທີ 26 ມັງກອນ 2022 ປກສ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ສຶກສາອົບຮົມ ແລະ ກ່າວເຕືອນ ກຸ່ມໄວໜຸ່ມນັກຮຽນ ທີ່ຂັບຂີ່ຂັບຂີ່ດ້ວຍຄວາມໄວ ແລະ ລົດຈັກດັດແປງສະພາບເຕັກນິກລົດທີ່ຂັດກັບກົດລະບຽບຂອງການສັນຈອນ ເປັນຕົ້ນ ໃສ່ທໍ່ຄວັນນ້ອຍ, ດັດແປງລໍ້, ໃສ່ຢາງນ້ອຍ, ລວມກຸ່ມກັນແຂ່ງລົດ ເຮັດໃຫ້ມີສຽງດັງລົບກວນພໍ່ແມ່ປະຊາຊົນ, ສ້າງຄວາມຫຍຸ້ງຍາກໃນການສັນຈອນ

ພັຕ ລີຈັນ ຈັນທະວົງສາ ວິຊາການໜ່ວຍງານຈະລາຈອນ ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນເດືອນມັງກອນ 2022 ເປັນຕົ້ນມາ ໄດ້ລົງເຄື່ອນໄຫວເພື່ອເກັບກໍາຂໍ້ມູນ ແລະ ລັດລົດກຸ່ມເປົ້າໝາຍ ສາມາດສັງລວມ ແລະ ຢຶດລົດຈັກ ທີ່ດັດ ແປງສະພາບເຕັກນິກ ແລະ ລະເມີດກົດຈະລາຈອນ ທັງໝົດ 16 ຄົນ, ພ້ອມກັບການກວດກາເອກະສານກ່ຽວຂ້ອງຂອງລົດ ແລະ ໃບອະນຸຍາດຂັບຂີ່.

ການສຶກສາອົບຮົມກຸ່ມໄວໜຸ່ມ ນັກນັກຮຽນ, ພ້ອມທັງຍົກໃຫ້ເຫັນເຖິງຄວາມອັນຕະລາຍ ຂອງການລະເມີດກົດລະບຽບຈະລາຈອນທາງບົກ ແລະ ຮຽກຮ້ອງໃຫ້ຜູ້ປົກຄອງຂອງເຂົາເຈົ້າ ເອົາໃຈໃສ່ຕິດຕາມ, ບອກສອນລູກເຕົ້າ ໃຫ້ປ່ຽນແປງພຶດຕິກໍາ, ປັບປ່ຽນຊິ້ນສ່ວນຂອງລົດໃຫ້ຄືນສູ່ສະພາບເດີມ ແລະ ບໍ່ໃຫ້ຊັກຊວນຜູ້ອື່ນປະຕິ ບັດຕາມ.

ພາຍຫລັງສໍາເລັດການອົບຮົມກ່າວເຕືອນແລ້ວ, ເຈົ້າໜ້າທີ່ ກໍໄດ້ມອບພາຫະນະທີ່ຢຶດໄວ້ ຄືນໃຫ້ເຈົ້າຂອງເດີມ.