Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຍັງບໍ່ທັນເປີດເທື່ອ! ບໍລິການຂົນສົ່ງໂດຍສານ ລະຫວ່າງປະເທດ ລາວ-ໄທ
ຈາກການລາຍງານຂອງເວັບໄຊ matichon.co.th ທີ່ໄດ້ລາຍງານວ່າ ໃນວັນທີ 1 ກຸມພາ 2022 ນີ້ ທີ່ຈະມາເຖິງນີ້ ຈະມີການເປີດໃຫ້ບໍລິກາຂົນສົ່ງໂດຍສານລະຫວ່າງປະເທດ ລາວ-ໄທ ໃນ 13 ສາຍທາງ ຄື:

ນະຄອນຫຼວງ ວຽງຈັນ – ໜອງຄາຍ.
ນະຄອນຫຼວງ ວຽງຈັນ – ອຸດອນ.
ນະຄອນຫຼວງ ວຽງຈັນ – ຂອນແກ່ນ.
ນະຄອນຫຼວງ ວຽງຈັນ – ກຸງເທບ.
ປາກເຊ – ອຸບົນລາດຊະທານີ.
ສະຫວັນນະເຂດ – ມຸກດາຫານ.
ທ່າແຂກ – ນະຄອນພະນົມ.
ຫຼວງພະບາງ – ຊຽງໃໝ່.
ວັງວຽງ – ໜອງຄາຍ – ອຸດອນ.
ປາກເຊ – ກຸງເທບ.
ບໍ່ແກ້ວ – ຊຽງຂອງ – ຊຽງລາຍ.
ຫຼວງພະບາງ – ໄຊຍະບູລີ – ເລີຍ.
ຫຼວງພະບາງ – ນ່ານ.
ຈາກການສອບຖາມຂໍ້ມູນຕົວຈິງເບື້ອງຕົ້ນໃນ ລາວ ເປັນຕົ້ນແມ່ນຢູ່ ນະຄອນຫຼວງ ວຽງຈັນ ຈຸດຂາຍປີ້ ລົດເມລະຫວ່າງປະເທດ ລາວ-ໄທ ແມ່ນຍັງບໍ່ທັນມີແຜນ ຫຼື ແຈ້ງການອອກມາເທື່ອວ່າ ຈະມີການເປີດໃຫ້ບໍລິການໂດຍສານຄືນໃໝ່, ແຕ່ມີຂ່າວວ່າຈະເປີດໃຫ້ບໍລິການຄືນ 3 ສາຍທາງ ໃນວັນທີ 2 ກຸມພາ 2022 ສະເພາະໃນ ນະຄອນຫຼວງ ວຽງຈັນ.

ສຳລັບ ຄິວລົດເມສາຍໃຕ້ ທີີ່ໃຫ້ບໍລິການໂດຍສານລະຫວ່າງປະເທດ ສາຍທາງ ນະຄອນຫຼວງ ວຽງຈັນ – ກຸງເທບ, ນະຄອນຫຼວງ ວຽງຈັນ – ໂຄຣາດ ແລະ ສາຍທາງ ນະຄອນຫຼວງ ວຽງຈັນ – ຂອນແກ່ນ ໃຫ້ຮູ້ວ່າ
ປັດຈຸບັນ ຍັງບໍ່ທັນມີແຈ້ງການອອກມາເທື່ອກ່ຽວກັບການເປີດໃຫ້ບໍລິການຂົນສົ່ງໂດຍສານລະຫວ່າງປະເທດ ລາວ-ໄທ ຄືນໃໝ່ ແລະ ຍັງບໍ່ຮູ້ວ່າຈະສາມາດໃຫ້ບໍລິການໄດ້ຕອນໃດ, ສ່ວນການບໍລິການຂົນສົ່ງພາຍໃນປະເທດ ແມ່ນຫຍັງໃຫ້ບໍລິການປົກກະຕິ ພາຍໃຕ້ມາດຕະການປ້ອງກັນຂອງພະຍາດ ໂຄວິດ-19 ທີ່ ຄະນະສະເພາະກິດວາງອອກ.
ແນວໃດກໍດີ ໃຫ້ທ່ານຕິດຕາມຂ່າວຈາກທາງການອີກເທື່ອໜຶ່ງວ່າ ຈະມີແຈ້ງການອອກມາແນວໃດ.