ໂງເຮັ້ງລາຍມື 📝ສາມາດບອກນິດໃສໃຈຄໍຄົນໄດ້

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໂງເຮັ້ງລາຍມື 📝ສາມາດບອກນິດໃສໃຈຄໍຄົນໄດ້ (ຕາມຄວາມເຊື່ອຂອງຄົນຈີນ)

ໃກ້ຈະຮອດປີໃໝ່ກຸດຈີນ-ຫວຽດນາມແລ້ວ ແອັດນຳເອົາໂງເຮັ້ງການຂຽນໜັງສື ເຊິ່ງເປັນຄວາມເຊື່ອຂອງຄົນຈີນມາໃຫ້ຮຽນຮູ້ນຳກັນ.

ນີ້ເປັນຄວາມເຊື່ອລ້ວນໆ

ສຶກສາລັກສະນະບຸກຄົນເພື່ອວິເຄາະ ຄັດສັນບຸກຄະລາກອນ ແລະເປັນແນວທາງການໃຊ້ຊີວິດ ເພື່ອຢູ່ຮ່ວມກັບຜູ້ອື່ນຢ່າງຊານສະຫລາດ ເປັນສິ່ງເຕືອນໃຈໂຕຕເຮົາວ່າຕ້ອງມີສະຕິມີຄວາມຮອບຄອບ ບໍ່ຄວນປະມາດໃນການດຳລົງ ຊີວິດ ເປີດໃຈຮຽນຮູ້ຜູ້ອື່ນ ແລະຮູ້ຈັກຂໍ້ດີຂໍ້ເສຍຂອງຕົນເອງໃຫ້ຫລາຍຍິ່ງຂຶ້ນ

ທັງນີ້ການຕັດສິນໃຈເບິ່ງລັກສະນະຂອງຄົົນທີ່ທ່ານຈະຄົບຫາດ້ວຍນັ້ນ ຄວນເບິ່ງໃນເລື່ອງອື່ນໆ ປະກອບດ້ວຍ:

ຜູ້ທີ່ຂຽນໂຕນ້ອຍແລະຖີ່ ບໍ່ເປັນລະບຽບ ເປັນຄົນມີອາລົມຂ້ອນຂ້າງຮ້ອນຮົນ ຈິດໃຈຄັບແຄບ ເປັນຄົນຂີ້ຖີ່ ປະຢັດ ບໍ່ໃຊ້ຈ່າຍຟຸມເຟືອຍ ເຮັດຫຍັງທຳຫຍັງ? ກໍມັກຈະເອົາໃຫ້ໄດ້ດັ່ງໃຈ.

ຖ້າຂັດໃຈຫລືບໍ່ໄດ້ຕາມປະສົງ ກໍຈະສະແດງອອກທາງອາລົມ ນິດໄສໃຈຄໍນັ້ນບໍ່ຄ່ອຍໜັກແໜ້ນແລະຫູເບົາເຊື່ອຄົນງ່າຍ ຖ້າເປັນຜູ້ໃຫຍ່ມັກຈະຫຼົງແລະເຊື່ອໂຕເອງ ມັກເຮັດ ອິດສະຫລະ ເຂົ້າກັບຄົນອື່ນບໍ່ຄ່ອຍໄດ້ປານໃດ?

ຜູ້ທີ່ຂຽນເນີ້ງໄປໜ້າເນີ້ງໄປຫຼັງບໍ່ເປັນລະບຽບ ຫລື ຫລິ້ນຫາງຈົນເກີນໄປ

ເປັນຄົນໂລເລໃຈຄໍບໍ່ໜັກແໜ້ນ ແລະມັກງ່າຍ ເຮັດວຽກແບບຂໍໄປທີ່ໃຫ້ພົ້ນຕົວ ເຮັດວຽກໃຊ້ສະຫມອງບໍ່ຄ່ອຍເກັ່ງເທົ່າກັບໃຊ້ແຮງງານ ມືຫຍາບເຮັດວຽກປານີດບໍ່ຄ່ອຍໄດ້ ຄວາມຄິດປັ່ນປ່ວນຢູ່ສະເໝີ ຫາຄວາມແນ່ນອນບໍ່ໄດ້ເລີຍ.

ຜູ້ທີ່ຂຽນຫນັງສືໂຕໃຫຍ່ ແລະ ຫລິ້ນຫາງ ອັກສອນຫ່າງກັນ

ຂຽນຫນັງສືໂຕໃຫຍ່ ແລະຫລິ້ນຫາງ ຊ່ອງໄຟຫ່າງ ເປັນຄົນຈິດໃຈກວ້າງຂວາງ ມີນ້ຳໃຈມັກຊ່ວຍເຫລືອຜູ້ອື່ນແຕ່ມັກທຳດີຄົນບໍ່ຂຶ້ນ ໃຈນັກເລງເຊື່ອຄົນງ່າຍແລະປະຫມາດເລີນເລີ່ ບໍ່ຄ່ອຍພິຖີພິຖັນປານໃດ? ແຕ່ສ້າງໂຕດ້ວຍໂຄເອງ ໃຊ້ຈ່າຍເງິນຄຳບໍ່ຄ່ອຍລະວັງ ຕ້ອງມີການຄ່ອຍຄວບຄຸມຈຶ່ງຈະດີ

ຜູ້ທີ່ຂຽນຫນັງສືຕົວກົງເປັນລະບຽບ ຫລືເອນແດ່ນ້ອຍໜຶ່ງ ແຕ່ເບິ່ງເປັນລະບຽບງົດງາມ ວັກ ຕອນແລະມີໄລຍະຫ່າງພໍດີ ເປັນຄົນສຸພາບອ່ອນນ້ອມ ອາລົມເຢັນ ຈິດໃຈດີ ຝີມືປະານີດ ມັກສວຍມັກງາມ ນິໄສປະຢັດຮູ້ຈັກຫາຮູ້ຈັກໃຊ້ ເລືອກຄົບແຕ່ຄົນ ດີ ມີຄວາມຖະຫນັດໃນງານດ້ານສິລະປະ ດົນຕີ ເວົ້າຈາອ່ອນຫວານ ເປັນທີ່ຮັກຂອງຄົນທົ່ວໄປ.

ຜູ້ທີ່ຂຽນຫນັງສື ຫລິ້ນຫາງ ເນີ້ງໜ້າ ຫລື ເນີ້້ງຫລັງ:ເປັນຄົນວູ່ວາມ ໃຈຮ້ອນ ໂມໂຫງ່າຍເອົາແຕ່ໃຈໂຕເອງ ມັກເຮັດຫຍັງສ່ຽງໆ ມັກມຸທະລຸຂາດຄວາມຢັ້ງຄິດ ເອົາແຕ່ໃຈໂຕເອງ ເຮັດອິຫຍັງ ຂ້ອນຂ້າງມັກງ່າຍ ຮັກຄວາມເປັນອິດສະຫລະ ແລະກຽດຊັງຄົນປະຈົບປະແຈງ

ຜູ້ທີ່ຂຽນຫນັງສືໂຕກົມ: ເປັນລະບຽບຮຽບຮ້ອຍເປັນຄົົນທີ່ຄ່ອນຂ້າງພິຖີພິຖັນ ເຈົ້າລະບຽບ ນິດໄສເຈົ້າຊູ້ ໃຈນັກເລງ ມັກຄົບຄົນ ແຕ່ອາລົມມັກຫວັ່ນໄຫວຫລືປ່ຽນແປງ ໄດ້ໂດຍງ່າຍ

ຜູ້ທີ່ຂຽນຫນັງສືມີຫົວ: ເປັນຄົນສຸຂຸມ ມັກຄວາມເປັນລະບຽບຮຽບຮ້ອຍ ມີເຫດຜົນ ຮັບຟັງຄວາມຄິດເຫັນຂອງຜູ້ອື່ນ ມັກງານດ້ານສິລະປະດົນຕີ ຂັບຮ້ອງ ນິດໄສໜ້າຄົບ ຮັກເພື່ອນຝູງ ມັກຄວາມຖືກຕ້ອງທ່ຽງທຳ

ຜູ້ທີ່ຂຽນຫນັງສືບໍ່ມີຫົວ: ເປັນຄົນໃຈຮ້ອນວູ່ວາມ ມັກງ່າຍ ຂີ້ຄ້ານ ມັກເຮັດຫຍັງຄ້າງຄາ ແຕ່ສະຕິປັນຍາໄວແລະເອົາຕົວລອດເກັ່ງ ບໍ່ຖະຫນັດງານສິນລະປະແຕ່ເກັ່ງໃນດ້ານການຕິດຕໍ່ສື່ສານ ມີຄວາມຄ່ອງໂຕຂ້ອນຂ້າງສູງ ບໍ່ມັກກົດລະບຽບ

#ຜິດພາດປະການໃດຂໍອະໄພໄວ້ນຳທີ່ນີ້ດ້ວຍ!!!

ແຫຼ່ງຂໍ້ມູນ: https://horoscope.thaiorc.com/physiognomy/feature4.php#ຄຳຄົມ

ນັກທຸລະກິດມືໃໝ່

NewCEOLAOS

Related Posts

Leave a Reply

Your email address will not be published. Required fields are marked *