ເລີ່ມແລ້ວ ການສັກວັກຊີນ ປ້ອງກັນໂຄວິດ ໃຫ້ເດັກນ້ອຍ ອາຍຸ ລະຫວ່າງ 03-11 ປີ ຢູ່ບາງເມືອງ ແລະ ແຂວງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


👏 ເລີ່ມແລ້ວ ການສັກວັກຊີນ ປ້ອງກັນໂຄວິດ ໃຫ້ເດັກນ້ອຍ ອາຍຸ ລະຫວ່າງ 03-11 ປີ ຢູ່ບາງເມືອງ ແລະ ແຂວງ. ຈາກການລາຍງານ ຂອງຄະນະສະເພາະກິດ

ມາຮອດມື້ນີ້ (39/01/2022) ທົ່ວປະເທດ ສັກວັກຊີນສະສົມທັງໝົດ: ເຂັມ1 ໄດ້ 4.731.458 (ອັດຕາປົກຄຸມ 64,48 %) ແລະ ທຸກເຂັມທີ່ແນະນໍາ 4.065.051 (ອັດຕາປົກຄຸມ 55,40 %) ແຕ່ ກໍ່ຍັງມີ 6 ແຂວງ ແລະ ເມືອງຈໍານວນໜຶ່ງທີ່ຍັງອັດຕາການສັກຢາຕໍ່າ.

ກະຊວງສາທາລະນະສຸກໄດ້ມີການລິເລີມຂະຫຍາຍການສັກວັກຊິນໃນກຸ່ມ ແຕ່ 3 ຫາ 11 ປີ ຢູ່ທີ່ເມືອງຍອດອູ ແລະ 5-11 ປີ ທີ່ເມືອງບຸນເໜືອ ແລະ ບຸນໃຕ້ ແຂວງຜົ້ງສາລີ ໃນຈໍານວນ 13 ພັນກວ່າຄົນ ແລະ ປະຈຸບັນນີ້ ກໍາລັງເລີມເຂັ້ມທີ 2

ດັ່ງນັ້ນ ຄະນະສະເພາະກິດ ກໍ່ຄືກະຊວງສາທາລະນະສຸກໄດ້ຮັບຟັງລາຍງານ ແລະ ຮຽກຮ້ອງໃຫ້ອໍານາດປົກຄອງທ້ອງຖິ່ນໂດຍສະເພາະໃນ 6 ແຂວງ ທີ່ອັດຕາການສັກວັກຊິນຍັງຕໍ່າກວ່າ 50 ເປີເຊັນນັ້ນ ໃຫ້ຊີ້ນໍາຂະບວນການສັກວັກຊິນຢ່າງໃກ້ຊິດ ເຊັນການມີສ່ວນຮ່ວມຂອງທຸກຂະແໜງການ ກໍ່ຄືທຸກພາກສ່ວນໃນສັງຄົມໃນຂະບວນຕະລຸມບອນສັກວັກຊິນເພື່ອເລັ່ງລັດໃຫ້ປະຊາຊົນໄດ້ຮັບການສັກວັກຊິນໃຫ້ຄົບ.

ນອກຈາກນີ້ຄະນະສະເພາະກິດໄດ້ສະເໜີໃຫ້ຄະນະກໍາມະການດ້ານວິຊາການກ່ຽວກັບວັກຊິນແຫ່ງຊາດ ໃຫ້ຖອດຖອນບົດຮຽນຂອງການສັກວັກຊິນໃນກຸ່ມ 3-11 ປີໃນແຂວງຜົ້ງສາລີ

ເພື່ອວາງແຜນຂະຫຍາຍການສັກວັກຊິນໃນກຸ່ມດັ່ງກ່າວຢູ່ໃນແຂວງອື່ນໆໃຫ້ໄວ ແລະ ຮັບປະກັນຄວາມປອດໄພ ແລະ ພ້ອມກັນນັ້ນແມ່ນເພື່ອຮອງຮັບການຮຽນແບບເຊິງໜ້າ ໃນທົ່ວປະເທດ.

Related Posts

Leave a Reply

Your email address will not be published. Required fields are marked *