Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
*** ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດຈາກອຸບັດຕິເຫດ ***
ພະແນກຕຳຫຼວດຈະລາຈອນ ປກສ ນວ ໃຫ້ຮູ້ວ່າ: ເວລາ 17 : 04 ໂມງ ວັນທີ 27ມັງກອນ 2022 ໄດ້ມີອຸບັດຕິເຫດເກີດຂຶ້ນຢູ່ຖະໜົນທ່າເດື່ອ ເຂດບ້ານທ່າພະ ເມືອງຫາດຊາຍຟອງ ນວ ລະຫວ່າງລົດກະບະຮຸນໄດ ໝາຍເລກທະບຽນ ກຈ 5659 ກັບ

ລົດຈັກເວບຈີນ ສີຟ້າດຳ ໝາຍເລກທະບຽນ ດຕ 3369 ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ ຜ່ານການກວດກາເບື້ອງຕົ້ນຜູ້ເສຍຊີວິດເປັນເພດຊາຍບໍ່ມີເອກະສານຕິດໂຕ, ບໍ່ຮູ້ຊື່, ທີ່ຢູ່ຂອງຜູ້ກ່ຽວ;

ປັດຈຸບັນ ຊົບຜູ້ເສຍຊີວິດໄດ້ຝາກໄວ້ທີ່ໂຮງເຢັນ ສະມາຄົມອາສາກູ້ໄພ 1624 ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກອງບັນຊາການ ປກສ ນວ ຈິ່ງແຈ້ງມາຍັງພໍ່ແມ່ປະຊາຊົນ ຖ້າຫາກວ່າຮູ້ຈັກ, ເປັນຍາດຕິພີ່ນ້ອງ ຂອງຜູ້ກ່ຽວ ໃຫ້ເຂົ້າມາຕິດຕໍ່ພົວພັນຢູ່ ພະແນກຕຳຫຼວດຈະລາຈອນ ປກສ ນວ ຫຼື ຕິດຕໍ່ໄດ້ທີ່ສູນສັ່ງການ ສະມາຄົມອາສາກູ້ໄພ 1624 ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເບີ 020 5669 1624.

ຊົມຄຼິບ