Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທ້າວ ມຸຮຳໝັດ ຜູ້ຖືກຂະໜານນາມວ່າ ເປັນເສດຖີທີ່ອາຍຸນ້ອຍທີ່ສຸດໃນໂລກ
ມີພໍ່ລວຍ…. ຊ່ວຍບໍ່ໄດ້ ເປັນຂ່າວດັງໃນໂລກໂຊຊຽວ ເມື່ອ ທ້າວມຸຮຳໝັດ ອະວັນ ມຸດຕາຟາ ອາຍຸ 9 ປີ ລູກຊາຍຂອງ ອິດໄມລາ ມຸດຕາຟາ ເສດຖີຊາວໄນຈີເລຍ ທີ່ອາໄສຢູ່ໃນນະຄອນດູໄບ
ສະຫະລັດອາຫລັບເອມິເຣດ ທີ່ກາຍເປັນເດັກນ້ອຍຜູ້ຮັ່ງມີ ນັບແຕ່ຫົວຮອດຕີນມີແຕ່ຂອງແບຼນເນມ ຈົນຖືກຂະໜານນາມວ່າ ມູຮັມໝັດ ອະວັນ ມຸດຕາຟາ ມະຫາເສດຖີເດັກອາຍຸນ້ອຍທີ່ສຸດໃນໂລກ.
ກ່ອນໜ້ານີ້ ກໍເຄີຍເປັນຂ່າວຮືຮາມາແລ້ວໃນຊ່ວງທີ່ລາວອາຍຸ 6 ປີ ເມື່ອພໍ່ຂອງລາວ ອອກມາອວດຄວາມລ້ຳລວຍ ຄືຊື້ຄະລືຫາດຫຼູເປັນຂອງຂວັນວັນເກີດໃຫ້ລູກຊາຍ
ໃນອິນສະຕາແກຼມລາວມັກຈະໂພສອວດຄວາມລ້ຳລວຍໃຫ້ຄົນໄດ້ອິດສາກັນຢູ່ສະເໝີ ບໍ່ວ່າຈະເປັນອວດລົດຫລູ Bentley Flying Spur, Lamborghini Aventador ແລະ Ferrari ເສື້ອ ໂສ້ງເກີບ ກະເປົ໋າແບຼນເນມ ໂດຍສະເພາະແບຣນ GUCCIE ທີ່ເຮົາຄຸ້ນເຄີຍ.
ເຊິ່ງພໍ່ຂອງລາວມັກໂພສອວຍພອນລູກຊາຍຫົວແກ້ວຫົວແຫວນຂອງລາວຢູ່ສະເໝີ ຈົນຫຼາຍຄົນອິດສາເປັນຕົ້ນວ່າ:
ພາທ່ຽວອ້ອມໂລກດ້ວຍຍົນເຈັດສ່ວນໂຕ ວ່າກັນວ່າຄວາມລ້ຳລວຍມັ່ງຄັ່ງຂອງລາວແມ່ນມາຈາກການທີ່ ອິດໄມລາມີລາຍໄດ້ມະຫາສານຈາກທຸລະກິດໃນປະເທດໄນຈີເລຍ ກ່ອນຈະຫັນມາລົງທຶນທີ່ດູໄບ.
ນະຕອນນີ້, ເປັນນັກລົງທຶນທີ່ພາກລັດດູໄບຈັບຕາເບິ່ງເປັນຢ່າງຍິ່ງ.
ຍ້ອນສົງໄສວ່າ ມີຄວາມກ່ຽວຂ້ອງກັບການຟອກເງິນ ຫລາຍກວ່າ 10 ລ້ານປອນ ເຊິ່ງມາການຄາດການວ່າ ອິດໄມລາ ມຸດຕາຟາ ໄດ້ນຳເງິນປ່ຽນເປັນຊັບສິນຈຳນວນຫລາຍ
ເພື່ອງ່າຍຕໍ່ການຂົນຍ້າຍ ແນວໃດກໍຕາມຕອນນີ້ ມູຮັມໝັດ ອະວັນ ມຸດຕາຟາ ມີນ້ອງສາວແລ້ວ ຕຳແໜ່ງເສດຖີທີ່ອາຍຸນ້ອຍທີ່ສຸດໃນໂລກອາດຕົກໄປຢູ່ກັບນ້ອງຂອງລາວກໍເປັນໄດ້.
ແຫຼ່ງຂໍ້ມູນ:
- https://www.brighttv.co.th/news/mompha