ປະຊາຊົນ 4 ບ້ານ ຢູ່ຫຼວງນໍ້າທາ ທີ່ຖືກກະທົບຈາກທາງລົດໄຟ ລາວ-ຈີນ ໄດ້ຮັບເຮືອນສົດເຊີຍ ແລ້ວ 159 ຫຼັງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ປະຊາຊົນ 4 ບ້ານ ຢູ່ຫຼວງນໍ້າທາ ທີ່ຖືກກະທົບຈາກທາງລົດໄຟ ລາວ-ຈີນ ໄດ້ຮັບເຮືອນສົດເຊີຍ ແລ້ວ 159 ຫຼັງ

ໃນວັນທີ 27 ມັງກອນ 2022 ຜ່ານມາ ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຫ້ອງການປະສານງານ ໂຄງການທາງລົດໄຟລາວ-ຈີນ ທັງເປັນຜູ້ປະສານງານໂຄງການກໍ່ສ້າງບ້ານຈັດສັນນາເຕີຍ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ກ່າວ່າ:

ໂຄງການກໍ່ສ້າງບ້ານຈັດສັນນາເຕີຍ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ–ຈີນ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ຈຸດປະສົງແມ່ນກໍ່ສ້າງເຮືອນທົດແທນຄືນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ 4 ຄື: ບ້ານ ນາເຕີຍ, ບໍ່ປຽດ, ຕີນຕົກ ແລະ ບ້ານ ບໍ່ເຕ່ນ ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງທາງລົດໄຟລາວ–ຈີນ

ລວມມີ 159 ຫຼັງເຮືອນ, ໄດ້ມີການກໍ່ສ້າງເຮືອນຂະໜາດໃຫຍ່ 9×14 ແມັດ, ຈຳນວນ 76 ຫຼັງ, ຂະໜາດກາງ 8×11 ແມັດ, ຈໍານວນ 45 ຫຼັງ ແລະ ຂະໜາດນ້ອຍ 6×10 ແມັດ, ຈໍານວນ 38 ຫຼັງ.

ເຊິ່ງມີຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ–ຈີນ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ແລະ ຫ້ອງການປະສານງານທາງລົດໄຟປະຈຳແຂວງຫຼວງນໍ້າທາເປັນຜູ້ຕິດຕາມຄວາມຄືບໜ້າການກໍ່ສ້າງ ເພື່ອລາຍງານໃຫ້ຂັ້ນເທິງຊາບເປັນແຕ່ລະໄລຍະ.


ທ່ານ ຈິນ ກົວເຟິງ ຫົວຫນ້າຄະນະຄຸ້ມຄອງໂຄງການທາງລົດໄຟຝ່າຍ ລາວ–ຈີນ ໄດ້ກ່າວວ່າ: ເຊີ່ງບໍລິສັດ ເຫີໝານຊ່າງເຊີ່ງ ເປັນທີ່ປຶກສາທາງດ້ານວິສະວະກຳໂຄງການກໍ່ສ້າງທາງລົດໄຟຈຳກັດ ຄຸ້ມຄອງກວດກາທາງດ້ານຄຸນນະພາບ, ເຕັກນິກ ແລະ ບໍລິສັດ

ຜູ້ຮັບເໝົາແມ່ນ ກຸ່ມບໍລິສັດ ຊຽງໄຮ ກໍ່ສ້າງຮຸ້ນສ່ວນ ຈຳກັດ, ໃນມູນຄ່າທັງໝົດ 91.420.519,70 ຢວນ ຫຼື ເທົ່າກັບ 164 ຕື້ກວ່າກີບ ໄດ້ເລື່ມລົງມືກໍ່ສ້າງ ວັນທີ 15 ເມສາ 2021ເປັນຕົ້ນມາ .


ທ່ານ ຈາງ ລ້ຽງ ຜູ້ບໍລິຫານກຸ່ມ ບໍລິສັດ ຊຽງໄຮ້ ກໍ່ສ້າງຮຸ້ນສ່ວນ ຈຳກັດ ປະຈຳຢູ່ ສປປ ລາວ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນການກໍ່ສ້າງຂອງໂຄງການແມ່ນສໍາເລັດໄປແລ້ວ 96, 4%. ເປັນຕົ້ນແມ່ນໄດ້ກໍ່ສ້າງສໍາເລັດ 100% ມີບັນດາໜ້າວຽກຄື:

ວຽກການ ກໍ່ສ້າງອາຄານເຮືອນ , ວຽກກໍ່ສ້າງອາຄານ ໂຮງຮຽນ ອະນຸບານ ແລະ ໂຮງຮຽນປະຖົມ, ວຽກຕິດຕັ້ງ ໄຟຟ້າ ພາຍໃນເຮືອນ , ວຽກຕິດຕັ້ງລະບົບ ນ້ຳປະປາ ພາຍໃນເຮືອນ, ວຽກກໍ່ສ້າງທາງເບຕົ່ງເຂົ້າຫາບ້ານ ແລະ ເສັ້ນທາງພາຍໃນບ້ານ, ກໍ່ສ້າງລະບົບລະບາຍນ້ຳ, ກໍ່ສ້າງຫ້ອງນ້ຳສາທາລະນະ, ບ່ອນເກັບຂີ້ເຫຍື້ອ ແລະ ວຽກປັບດິນບໍລິເວນອ້ອມຮອບເຮືອນພາຍໃນບ້ານ.

ນອກນີ້ ທາງບໍລິສັດຜູ້ຮັບເໝົາຍັງຈະໄດ້ສືບຕໍ່ປັບປຸງວຽກກໍ່ສ້າງລະບົບຕ້ານເຈື່ອນ, ກໍ່ສ້າງເສັ້ນທາງເບຕົ່ງເຂົ້າບ້ານ, ປະກອບອຸປະກອນການຮຽນ, ໂຕະ, ຕັ່ງ, ກະດານເຂົ້າໃນຫ້ອງຮຽນ, ຕິດຕັ້ງໄຟໂຊລະຊຽວ ຕາມເສັ້ນທາງເຂົ້າຫາບ້ານ, ສະຖານີ ແລະ ເສົັ້ນທາງພາຍໃນບ້ານ, ຈັດຝືກອົບຮົມໃຫ້ປະຊາຊົນທີ່ຈະເຂົ້າມາຢູ່ໃນບ້ານຈັດສັນໃນການດໍາລົງຊີວິດຮ່ວມກັນ ແລະ ການນໍາໃຊ້ອຸປະກອນຕ່າງໃຫ້ມີຄວາມສະດວກ, ປອດໄພ, ຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະພາບແວດລ້ອມທີ່ດີ, ຄາດວ່າການມອບ–ຮັບ ໂຄງການກໍ່ສ້າງບ້ານຈັດສັນນາເຕີຍທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ–ຈີນ ໃນເດືອນ ມີນາ ປີ 2022 ນີ້. ຂ່າວ: ສົມພອນ ຂຸນດາວົງ.

Related Posts

Leave a Reply

Your email address will not be published. Required fields are marked *