Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
🔥🔥🔥ດ່ວນ! ເກີດເຫດ ດິນເຈື່ອນທັບອຸມົງ ຢູ່ບໍ່ຂຸດຄົ້ນແຮ່ເກົ່າບໍ່ຄຳເຊໂປນ ມີປະຊາຊົນຕິດຢູ່ພາຍໃນອຸມົງ 2 ຄົນ
ໃນຕອນເຊົ້າຂອງ ວັນທີ 1 ກຸມພາ 2022 ໄດ້ມີປະຊາຊົນ ລັກລອບເຂົ້າໄປຂຸດຄົ້ນເອົາຫີນຂຽວ (ແຮ່ທອງ ມາລາໄຄ) ຢູ່ບໍ່ຂຸດຄົ້ນເກົ່າ ຂອງໂຄງການບໍ່ຄຳ-ທອງ ເຊໂປນ ແລະ ໄດ້ມີດິນເຈື່ອນທັບປາກອຸມົງ, ເຮັດໃຫ້ມີຄົນຕິດຢູ່ພາຍໃນອຸມົງ 2 ຄົນ,
ເມື່ອໄດ້ຮັບແຈ້ງຂ່າວແລ້ວ ທາງໂຄງການກໍໄດ້ນຳໃຊ້ລົດຈົກ ເພື່ອຈົກເອົາດິນທີ່ເຈື່ອນທັບປິດອຸມົງ ແລະ ສາມາດຊ່ວຍເຫຼືອເອົາປະຊາຊົນ ທັງ 2 ຄົນ ອອກມາໄດ້ຢ່າງປອດໄພ.
ຂໍເຕືອນວ່າ: ຜູ້ທີ່ລັກລອບເຂົ້າໄປຂຸດຄົ້ນເອົາແຮ່ທາດຂອງໂຄງການໃດໜຶ່ງ ແມ່ນມີຄວາມຜິດທາງກົດໝາຍ ແລະ ມີຄວາມອັນຕະລາຍ ສ່ຽງຕໍ່ການສູນເສຍຊີວິດໄດ້ ຍ້ອນການເກີດອຸບັດຕິເຫດ

ຂໍ້ມູນ: ຂ່າວ ພະລັງງານ ແລະ ບໍ່ແຮ່