ສະຫະລັດ ຈະພິຈາລະນາຂຶ້ນຄ່າທຳນຽມວີຊາ ສຳລັບຜູ້ເດີນທາງເຂົາປະເທດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສະຫະລັດ ຈະພິຈາລະນາຂຶ້ນຄ່າທຳນຽມວີຊາ ສຳລັບຜູ້ເດີນທາງເຂົາປະເທດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານສະຫະລັດອາເມຣິກາ ຈະສະເໜີຂຶ້ນຄ່າທຳນຽມສຳລັບການຂໍວີຊາ ປະເພດຄົນເຂົ້າເມືອງແບບບໍ່ຖາວອນ ເຊັ່ນ ວີຊານັກທ່ອງທ່ຽວ, ນັກທຸລະກິດ ແລະ ວີຊານັກສຶກສາ ພາຍໃນເດືອນກັນຍາ 2022 ນີ້ ໂດຍຈະເປີດຮັບຟັງຄວາມຄິດເຫັນກ່ຽວກັບປະເດັນດັ່ງກ່າວຈົນເຖິງທ້າຍເດືອນກຸມພານີ້.

ແນວໃດກໍຕາມ ຜູ້ທີ່ຕິດຕາມນະໂຍບາຍຄົນເຂົ້າເມືອງ ບາງຄົນກັງວົນວ່າ ຫາກບໍ່ເລັ່ງແກ້ໄຂບັນຫາເລື່ອງເວລາການລໍຖ້າວີຊາ ເຊິ່ງຜ່ານມາຕ້ອງລໍຖ້າດົນ ຊ້ຳບໍ່ໜຳຍັງຂຶ້ນຄ່າທຳນຽມອີກ, ຜົນທີ່ຕາມມາກໍຄື ອາດຈະມີນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາ ເດີນທາງເຂົ້າສະຫະລັດໜ້ອຍລົງ.

ຂໍ້ມູນຈາກກະຊວງການຕ່າງປະເທດຂອງສະຫະລັດອາເມຣິກາເປີດເຜີຍວ່າ ໃນໄລຍະຜ່ານມາ ມີຜູ້ຍື່ນຂໍວີຊາ ເພື່ອເດີນທາງເຂົ້າສະຫະລັດຫຼາຍທີ່ສຸດແມ່ນວີຊານັກທ່ອງທ່ຽວ, ວີຊານັກທຸລະກິດ ແລະ ວີຊານັກສຶກສາ ແລະ ຕາມຂໍ້ສະເໜີໃໝ່ນີ້

ຄ່າທຳນຽມສຳລັບການຂໍວີຊາທ່ອງທ່ຽວປະເພດ B1 ແລະ B2 ກັບວີຊານັກສຶກສາປະເພດ F, M ແລະ J ຈະເພີ່ມຂຶ້ນ 54% ຈາກ 160 ໂດລາ ເປັນ 245 ໂດລາ, ໃນຂະນະທີ່ຄ່າທຳນຽມວີຊາທີ່ອອກໃຫ້ສຳລັບຜູ້ທີ່ເຂົ້າໄປເຮັດວຽກຢູ່ສະຫະລັດຄືປະເພດວີຊາ S, L, O, P, Q ແລະ R ນັ້ນຈະຂຶ້ນຄ່າທຳນຽມ 63% ຈາກເດີມ 190 ໂດລາ ເປັນ 310 ໂດລາ.[“]

ແນວໃດກໍຕາມ ຜູ້ຊ່ຽວຊານດ້ານນະໂຍບາຍຄົນເຂົ້າເມືອງຂອງສະຖາບັນ Cato ກ່າວວ່າ ການຂໍຂຶ້ນຄ່າທຳນຽມວີຊານັ້ນ ມີຂຶ້ນຂະນະທີ່ຕົວເລກການເດີນທາງ ແລະ ການທ່ອງທ່ຽວໄປຍັງສະຫະລັດຫຼຸດລົງສູ່ລະດັບຕ່ຳສຸດ, ນອກຈາກນີ້ ກະຊວງການຕ່າງປະເທດສະຫະລັດ

ຍັງກຳນົດໃຫ້ຜູ້ຂໍວີຊາປະເພດນັກທ່ອງທ່ຽວ ຫຼື ຜູ້ຂໍວີຊາເດີນທາງໄປເຮັດທຸລະກິດໃນສະຫະລັດ ຈາກຫຼາຍປະເທດ ຕ້ອງລໍຖ້າເຖິງ 6 ເດືອນ ຫາ 1 ປີ ເຊິ່ງໃຊ້ເວລາດົນເກີນໄປ, ສິ່ງສຳຄັນໃນຂະນະນີ້ຄືການອອກວີຊາໃຫ້ທັນຄວາມຕ້ອງການ

ເພາະຖ້າຫາກລັດຖະບານຂຶ້ນຄ່າທຳນຽມຂໍວີຊາ ແຕ່ບໍ່ມີຜົນດ້ານບໍລິການ ໂດຍສະເພາະເລື່ອງໄລຍະເວລາທີ່ດົນເກີນໄປ ຈະເຮັດໃຫ້ຜູ້ເດີນທາງເຂົ້າສະຫະລັດຫຼຸດລົງໄດ້.

Related Posts

Leave a Reply

Your email address will not be published. Required fields are marked *