Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຄັ້ງທຳອິດໃນປະຫວັດສາດ..!! ນັກບິນອະວາກາດຊາວຈີນ ຮ່ວມສະຫຼອງວັນຕຸດຈີນ ຢູ່ອະວາກາດ.
ວັນທີ 31 ມັງກອນແລ້ວນີ້, ນັກບິນອາວະກາດຂອງຍານອະວະກາດບັນທຸກຄົນ “ເສີນໂຈ່ວ 13” ໄດ້ປະດັບປະດາສະຖານີອະວະກາດຂອງຈີນຢ່າງລະອຽດ ເພື່ອສະຫຼອງບຸນກຸດຈີນ ເຊິ່ງເປັນບຸນປະເພນີທີ່ສຳຄັນທີ່ສຸດສຳລັບຊາວຈີນ .

ວັນທີ 31 ມັງກອນແລ້ວນີ້ ກໍຄືວັນສົ່ງທ້າຍປີເກົ່າ ແລະຕ້ອນຮັບປີໃໝ່ຕາມຈັນທະຄະຕິຈີນ, ນັກບິນອະວະກາດຂອງຍານອະວະກາດບັນທຸກຄົນ “ເສີນໂຈ່ວ 13” ໄດ້ສົ່ງວິດີໂອອວຍພອນປີໃໝ່ກຸດຈີນຈາກອະວະກາດ ມາຍັງປະເທດຊາດ ກໍຄືປະຊາຊົນຈີນ.

ນີ້ເປັນຄັ້ງທຳອິດທີ່ຊາວຈີນໄດ້ສະຫຼອງບຸນກຸດຈີນຢູ່ສະຖານີອະວະກາດຂອງຈີນ ທີ່ຫ່າງຈາກໜ່ວຍໂລກ 400 ກິໂລແມັດ. ໃນເດືອນປາຍກ່ອນ, ເຂົາເຈົ້າໄດ້ສະຫຼອງປີໃໝ່ສາກົນຢູ່ຍານດັ່ງກ່າວ ແລະໄດ້ຕ້ອນຮັບແສງຕາເວັນຂອງມື້ທຳອິດຂອງປີ 2022.

ຕາມແຜນການທີ່ກຳນົດໄວ້, ຈີນຈະສ້າງສະຖານີອະວະກາດໃຫ້ສຳເລັດຢ່າງຮອບດ້ານໃນປີ 2022. ໃນອະນາຄົດ, ຈະມີຊາວຈີນນັບມື້ນັບຫຼາຍກວ່າເກົ່າ ໄດ້ຕ້ອນຮັບບຸນກຸດຈີນຢູ່ອະວະກາດ.
ຂໍ້ມູນ-ຮູບພາບ: CRI.