Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ແມ່ໂຍນລູກນ້ອຍອາຍຸ 3 ປີ ລົງໃນຄອກໝີ ເຈົ້າໜ້າທີ່ຕັ້ງຂໍ້ຫາ”ພະຍາຍາມຂ້າ”
ໃນວັນທີ 31 ມັງກອນ 2022 ສຳນັກຂ່າວລັດເຊຍທູເດເປີດເຜີຍວີດີໂອແມ່ຄົນໜຶ່ງຍູ້ລູກສາວອາຍຸພຽງ 3 ປີ ຕົກລົງໄປໃນຄອກໝີຂອງສວນສັດແຫ່ງໜຶ່ງໃນອຸດສະເບກິດສະຖານ, ລັດເຊຍ.
ແຕ່ເດັກນ້ອຍຍັງມີບຸນທີ່ໂຕໝີບໍ່ໄດ້ເຮັດຫຍັງ ແຕ່ເດັກນ້ອຍກໍໄດ້ຮັບບາດເຈັບຈາກການຍູ້ຈົນຕົກຈາກທີ່ສູງ.ເຫດການໃນຄັ້ງນີ້ເກີດຂຶ້ນຢູ່ໃນຕົວເມືອງ ຂອງເມືອງຫຼວງອຸສະເບກິດສະຖານ ເຊິ່ງກ້ອງວົງຈອນປິດໄດ້ຈັບພາບຜູ້ຍິງຄົນໜຶ່ງກຳລັງຍົກລູກສາວອາຍຸ 3 ປີ ຂ້າມຮົ້ວບໍລິເວນຄອກໝີສີນ້ຳຕານ.
ກ່ອນຈະໂຍນລູກລົງໄປໃນຄອກທີ່ຄວາມສູງປະມານ 5 ແມັດ ຫຼັງຈາກເດັກນ້ອຍທີ່ຕົກລົງມາແຕ່ຍັງໂຊກດີ ທີ່ໝີຢູ່ໃນຄອກມີແຕ່ເຂົ້າມາດົ່ມເດັກນ້ອຍແລ້ວກໍຢ່າງໜີໄປ.

ຢ່າງໃດກໍຕາມຫຼັງຈາກທີ່ເດັກນ້ອຍໄດ້ຮັບບາດເຈັບຈາກການຕົກລົງມາຈາກທີ່ສູງ ເຈົ້າໜ້າທີ່ກໍຮີບເຂົ້າໄປຊ່ວຍເຫຼືອເດັກນ້ອຍອອກມາ ແລະ ນຳໂຕສົ່ງໂຮງໝໍໃນທັນທີ.
ຂະນະທີ່ເຈົ້າໜ້າທີ່ໄດ້ສຶບສວນ-ສອບສວນແມ່ຂອງເດັກນ້ອຍໄດ້ລະບຸວ່າ: ມີອາການປ່ວຍເປັນໂລກຊຶມເສົ້າ ແລະ ຊີວິດຄອບຄົວມີປັນຫາຫຼາຍດ້ານຈົນໄດ້ຮັບການຊ່ວຍເຫຼືອຈາກລັດມາໄລຍະໜຶ່ງແລ້ວ ແຕ່ຈາກເຫດການນີ້ເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາພະຍາຍາມຂ້າ ຖ້າຫາກແມ່ຂອງເດັກນ້ອຍໄດ້ຖືກຕັດສິນວ່າມີຄວາມຜິດແທ້ ອາດຈະໄດ້ຕິດຄຸກເຖິງ 15 ປີ.
ກົດເຂົ້າເບິ່ງວີດີໂອໄດ້ທີ່ລີ້ງ: https://t.me/rt_russian/90333
ຂໍ້ມູນຈາກ : ລາວໂພສ