Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
“ຫຼ່ຽມໂຈນ ຕົວະເອົາງົວປະຊາຊົນໄປຂາຍກ່ອນ ຜ່ອນທີຫຼັງ” ເສຍຫາຍ 800 ລ້ານກວ່າກີບ.
ວັນທີ 31 ມັງກອນ 2022, ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ ສົມທົບກັບອໍານາດການປົກຄອງບ້ານຄຳຮູ່ງ ກັກຕົວ ແລະ ນຳສົ່ງ ນາງ ພອນມະລີ ອາຍຸ 33 ປີ ຄ້າຂາຍ ຢູ່ບ້ານຄຳຮູ່ງ, ເມືອງໄຊທານີ ນວ ຂໍ້ກ່າວຫາ: ສໍ້ໂກງຊັບພົນລະເມືອງ ໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ດໍາເນີນຄະດີ.

+ ນາງ ພອນມະລີ (ຜູ້ຖືກຫາ) ໄດ້ຮັບສາລະພາບວ່າ: ໄດ້ໃຊ້ຮູບການໄປເລາະຊື້ງົວນຳປະຊາຊົນ ຢູ່ເຂດເມືອງສັງທອງ ນວ ແທ້ ຈາກນັ້ນ ຕົວະວ່າເອົາໄປຂາຍກ່ອນໄດ້ເງິນຈິ່ງຈະເອົາມາໃຫ້ຜູ້ເສຍຫາຍ; ຜ່ານມາມີຜູ້ຫຼົງເຊື່ອ 11 ຄົນ ລວມມູນຄ່າປະມານ 800 ລ້ານກວ່າກີບ.

+ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກກັກຕົວມາແລ້ວ 1 ຄັ້ງ ຂໍ້ຫາສໍ້ໂກງຊັບພົນລະເມືອງ ແລະ ໄດ້ຮັບການປ່ອຍຕົວພາງ ວັນທີ 13 ຕຸລາ 2020, ຜົນເສຍຫາຍປະມານ 300 ລ້ານກວ່າກີບ ແລະ ໄດ້ອອກມາເຄື່ອນໄຫວສໍ້ໂກງຊັບຄືເກົ່າ. ປັດຈຸບັນເຈົ້າໜ້າທີ່ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ປກສ ນວ