Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃນວັນທີ 8 ກຸມພາ ຜູ້ໃຊ້ເຟສບຸກຊື່ວ່າ Pareply Saeaia ຫຼື ພອຍ (ຜູ້ເປັນເຈົ້າຂອງເລື່ອງ) ໄດ້ໂພສຂໍ້ຄວາມພ້ອມຄລິບວິດີໂອ ໂດຍໄດ້ລະບຸວ່າ ໃນວັນທີ 6 ກຸມພາ ລາວກັບໝູ່ຂອງລາວກັບມາຈາກສະຖານບັນເທີງແຫ່ງໜຶ່ງແລະໄດ້ມານັ່ງກິນເຂົ້າຢູ່ຮ້ານອາຫານ
ຕໍ່ມາມີຊາຍຄົນໜຶ່ງທີ່ຊື່ວ່າ ທ້າວ ໜຶ່ງ (ນາມສົມໝຸດ) ມາເວົ້າຈາຄຸກຄາມ ແລະ ຂໍຕຳຈອກ ແຕ່ພອຍກໍໄດ້ປະຕິເສດ ແລ້ວແນມທ້າວໜຶ່ງ ດ້ວຍສາຍຕາທີ່ບໍ່ພໍໃຈ ຈົນເຮັດໃຫ້ ທ້າວໜຶ່ງ ເກີດອາການໜ້າເສຍແລ້ວຍ່າງກັບໂຕະຄືນທັນທີ.

ຕໍ່ມາບໍ່ເກີນ 5 ນາທີ ທ້າວໜຶ່ງ ກໍໄດ້ຍ່າງກັບຄືນມາທີ່ໂຕະຂອງພອຍພ້ອມກັບຖືຈອກນ້ຳ ແລ້ວໄດ້ເອົາມາຖອກທີ່ຫົວຂອງພອຍ ໃນຂະນະທີ່ກຳລັງກິນເຂົ້າຢູ່ ຕອນນັ້ນພອຍກໍເກີດອາການງົງກັບສະຖານະການດັ່ງກ່າວ ເພາະຕົນເອງແມ່ນເມົາຢູ່.
ຕາມວິດີໂອທີ່ໄດ້ໂພສລົງ ຫຼັງຈາກພອຍໄດ້ສະຕິ ຈະເຫັນໄດ້ວ່າລາວຖືເຈ້ຍອະນາໄມແກວ່ງຕາມຫຼັງພ້ອມກັບຍ່າງຕາມ ທ້າວໜຶ່ງ ແລະພະຍາຍາມຖາມຫາສາເຫດທີ່ເຮັດແບບນັ້ນລົງໄປ ແລະ ໄດ້ຖີບ, ຊົກ ແລະ ດ່າໄປນຳ.
ແຕ່ກໍຢາກອອກມາເຕືອນໄພຜູ້ຍິງນຳກັນຖ້າພົບສະຖານະການແນວນີ້ແມ່ນຈະເຮັດແນວໃດ? ພອຍບອກອີກວ່າ ຊາຍຄົນນັ້ນແມ່ນຫຼິ້ນຜິດຄົນແລ້ວເພາະຕົນເປັນນັກມວຍ.

ຫຼັງຈາກນັ້ນພອຍກໍໄດ້ໄປແຈ້ງຄວາມທີ່ຫ້ອງການຕຳຫຼວດ ເພື່ອຕ້ອງການໃຫ້ສັງຄົມຮັບຮູ້ວ່າຜູ້ຊາຍບໍ່ມີສິດເຮັດຫຍັງກັບຜູ້ຍິງແບບນີ້ ແລະ ພອຍກໍເຜີຍອີກວ່າຫຼັງຈາກເກີດເຫດຜູ້ທີ່ເປັນກໍລະນີກໍໄດ້ຍິ້ມເຢີ້ຍ
ພອຍຕອບໂຕ້ເພື່ອປ້ອງກັນສັກສີຂອງຜູ້ຍິງ ແຕ່ອີກຝ່າຍກໍບໍ່ມີທ່າທີວ່າຈະມີຈິດສຳນຶກ ຫາກເປັນຜູ້ຍິງຖືກກະທຳບໍ່ແມ່ນນັກນັກມວຍໃຫ້ສັງຄົມລອງຄິດເບິ່ງວ່າເຫດການຈະອອກມາເປັນແນວໃດ.ຕໍ່ມາສື່ໄດ້ເປີດເຜີຍວ່າ
ແທ້ຈິງແລ້ວ ພອຍນັ້ນ ເປັນອະດີດນັກມວຍ ລາວຝຶກມວຍໄທ ມາຕັ້ງແຕ່ອາຍຸ 13 ປີ ແລະ ມີສະຖິຕິຊົກໃນສັງວຽນມວຍໄທ 50 ນັດ, ໃນນັ້ນຊະນະ 40 ນັດ, ເສຍ 10 ນັດ ແລະ ຍັງເຄີຍຄວ້າຫຼຽນມາແລ້ວທັງລະດັບປະເທດແລະນານາຊາດ.
ຫຼ້າສຸດໃນຕອນແລງເວລາ 16:40 ຂອງມື້ດຽວກັນ (8 ກຸມພາ) ທ້າວ ໜຶ່ງ ຜູ້ທີ່ເປັນຄູ່ກໍລະນີເຊິ່ງເປັນພະນັກງານຂອງໂຮງແຮມແຫ່ງໜຶ່ງ ກໍໄດ້ເດີນທາງມາທີ່ຫ້ອງການຕຳຫຼວດ ເພື່ອໄກ່ເກ່ຍ ແລະ ໄດ້ຍົກມືນົບຂໍໂທດພອຍ.
ເຈົ້າໜ້າທີ່ຕຳຫຼວດໄດ້ບອກວ່າ ທັງສອງໄດ້ຂໍໂທດ ແລະ ປັບຄວາມເຂົ້າໃຈກັນເປັນທີ່ຮຽບຮ້ອຍແລ້ວ.ສື່ລາຍງານຕື່ມອີກວ່າ ທ້າວ ໜຶ່ງ ຖືກແຈ້ງຂໍ້ຫາ ເຮັດຂອງເຫຼວສົກກະປົກເປີ້ເປື້ອນໃສ່ຮ່າງກາຍຄົນອື່ນແລະຜິດຖຽງວິວາດ ສ່ວນ.

ພອຍ ນັ້ນກໍຖືກແຈ້ງໃນຂໍ້ຫາ ທຳຮ້າຍຮ່າງກາຍຜູ້ອື່ນ ແລະ ຜິດຖຽງວິວາດ ໂດຍທັງສອງຄົນແມ່ນຖືກປັບໃໝຄົນລະ 1000 ບາດ ຫຼື ປະມານ 350,000 ກີບທາງຝ່າຍ ພອຍ ບອກວ່າບໍ່ຕິດໃຈຫຍັງແລ້ວ ແລະ ກໍຢືນຢັນທີ່ຈະບໍ່ລຶບຄລິບວິດີໂອທີ່ໂພສລົງ.
ເຖິງວ່າຄູ່ກໍລະນີຈະນົບໄຫວ້ຂໍໂທດ ເພາະຢາກໃຫ້ສັງຄົມຮັບຮູ້ພຶດຕິກຳທີ່ບໍ່ເໝາະສົມນີ້.

ຫຼັງຈາກເລື່ອງລາວນີ້ກາຍເປັນປະເດັນດັງ ກໍໄດ້ເຮັດໃຫ້ສັງຄົມຕັ້ງຄຳຖາມວ່າ:
– ທ້າວໜຶ່ງ ຂຽນໃນເຟສສ່ວນຕົວວ່າເປັນຄົນຮັກຄອບຄົວແຕ່ການກະກຳສວນທາງກັນ.

– ເປັນຫຍັງພອຍຄືຖືປັບໃໝ ທັ້ງທີ່ລາວເປັນຝ່າຍທີ່ຖືກຄຸກຄາມ ແລະ ປ້ອງກັນຕົວເທົ່ານັ້ນ.
– ໃນຂະນະທີ່ພອຍຖືກເປີດເຜີຍໜ້າຕາ ຊື່-ນາມສະກຸນ ໜ້າທີ່ວຽກງານ ແຕ່ຝ່າຍທີ່ເປັນໂຈດເປັນຫຍັງຕ້ອງຖືກປົກປິດໝົດ.

– ຈະມີກົດໝາຍໃດແດ່ທີ່ສາມາດຄຸ້ມຄອງສິດທິຂອງຜູ້ຍິງໄດ້ຫຼາຍກ່ວນີ້
ຂະນະດຽວກັນ ກໍໄດ້ມີການປະກາດແຈ້ງການຈາກທາງໂຮງແຮມທີ່ ທ້າວໜຶ່ງ ໄດ້ເຮັດວຽກຢູ່ ວ່າ ທາງໂຮງແຮມແມ່ນໄດ້ປະກາດຢຸດການຈ້າງທ້າວໜຶ່ງເປັນທີ່ຮຽບຮ້ອຍແລ້ວ.

ຕໍ່ມາ ທ້າວໜຶ່ງ ໄດ້ຂໍໂທດ ພອຍ ຜ່ານສື່ຫຼາຍຄັ້ງ ແລະ ບອກວ່າຕົນເອງຜິດແທ້ບໍ່ມີຫຍັງແກ້ຕົວ ທີ່ເຮັດລົງໄປນັ້ນຍ້ອນຄວາມເມົາ ພ້ອມກັບບອກວ່າຕົນບໍ່ມີເຈດຕະນາທີ່ຈະດູໝິ່ນສັກສີຂອງຜູ້ຍິງເພາະຕົນເອງກໍມີລູກສາວສອງຄົນ

ຖ້າຫາກວ່າໃຜມາເຮັດແບບນີ້ກັບລູກສາວຂອງຕົນເອງກໍທົນບໍ່ໄດ້ຄືກັນ