ປະຫວັດຄວາມເປັນມາ ຂອງຄໍາວ່າ “ສາທຸ”

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ປະຫວັດຄວາມເປັນມາ ຂອງຄໍາວ່າ “ສາທຸ”

ໃນເວລາທີ່ຊາວພຸດລາວເຮົາ ແລະ ທົ່ວໆໄປ ຟັງທັມຈາກພຣະສົງແລ້ວໆ ມັກຈະກ່າວລົງທ້າຍ ດ້ວຍຄໍາວ່າ ສາທຸ ເມື່ອພຣະສົງເທດຈົບ ຫຼື ການຖວາຍທານ ເມື່ອພຣະໃຫ້ສິນ ຊາວພຸດທັງຫຼາຍຈະໃຊ້ຄໍາວ່າ “ສາທຸ” ເຊິ່ງມີປະຫວັດຄວາມເປັນມາດັ່ງເລື່ອງເລົ່າມີຢູ່ວ່າ:

ມີຊາຍຄົນໜຶ່ງຢູ່ໃນເມືອງສາວັດຖີ ແຄວ້ນໂກສົນ ໄດ້ຟັງພຮະສະແດງທັມະເທສະໜາ ແລ້ວເຫັນໂທດໃນການຄອງເຮືອນ ມີຄວາມປາຖະໜາຈະຂໍບວດເພື່ອສະແຫວງຫາຄວາມສະຫງົບໃນສະມະນະທັມ ຈິ່ງລາຈາກພັນລະຍາໄປບວດ ໄດ້ຕັ້ງໃຈພາກພຽນໃນສະມະນະທັມຕາມທີ່ປາຖະໜາໄວ້ຕະຫຼອດມາ.

ຕໍ່ມາພຣະເຈົ້າປັດເສນທິໂກສົນ ໄດ້ຊົງພົບເຫັນແມ່ຍິງທີ່ເປັນພັນລະຍາຂອງຊາຍຄົນນັ້ນ ແລະເມື່ອຊົງໄດ້ຮູ້ຄວາມເປັນມາທັງໝົດ ຈິ່ງເກີດຄວາມສົມເພດໃນນາງຜູ້ເປັນພັນລະຍາ ໄດ້ຮັບສັ່ງໃຫ້ຮັບນາງມາລ້ຽງໄວ້ໃນພຮະຣາຊະວັງ ຕັ້ງເປັນນາງສະໜົມ …

ຢູ່ມາວັນໜຶ່ງ ຣາຊະບຸຣຸດນໍາດອກບົວຂຽວມາຖວາຍ ພຣະເຈົ້າປັດເສນທິໂກສົນກໍາມືໜຶ່ງ ພຣະອົງຈິ່ງປະທານແກ້ນາງສະໜົມຄົນລະດອກ ຝ່ານນາງທີ່ເປັນພັນລະຍາຂອງຊາຍທີ່ໄປບວດນັ້ນ ເມື່ອໄປຮັບພຣະຣາຊະທານກໍຍິ້ມສະແດງຄວາມຍິນດີເໝືອນນາງອື່ນໆ ແຕ່ພໍດົມກິ່ນດອກບົວຂຽວແລ້ວ ນາງກັ້ນນໍ້າຕາໄວ້ບໍ່ຢູ່ຈິ່ງຮ້ອງໄຫ້ ພຣະອົງສົງໃສພຣະໄທ ຈິ່ງຕັດຖາມວ່າ ເຫດໃດນາງຈິ່ງຍິ້ມ ແລະຮ້ອງໄຫ້, ນາງຈິ່ງຂາບທູນວ່າ ທີ່ນາງຍິ້ມເພາະດີໃຈທີ່ຊົງພຣະກະຣຸນາປະທານດອກບົວໃຫ້ ແຕ່ພໍດົມດອກບົວແລ້ວ ມັນຫອມເໝືອນກິ່ນປາກສາມີທີ່ໄປບວດ ນາງຄິດເຖິງຄວາມຫຼັງນາງຈິ່ງຮ້ອງໄຫ້.

ພຣະເຈົ້າປັດເສນທິໂກສົນ ຕ້ອງການພິສູດວາຈາຂອງນາງ ຈິ່ງສັ່ງໃຫ້ປະດັບວັງດ້ວຍຂອງຫອມທັງໝົດ ເວັ້ນແຕ່ດອກບົວຂຽວ ແລ້ວອາຣາທະນາສົມເດັດພຣະຜູ້ມີພຣະພາກເຈົ້າ ແລະເຫຼົ່າພິກຂຸສົງໃຫ້ມາສັນພັດຕາຫານໃນພຣະຣາຊະຖານ ແລ້ວໄດ້ຖາມນາງນັ້ນວ່າ ພຣະມະຫາເຖຣະອົງໃດທີ່ນາງອ້າງວ່າເປັນສາມີ ນາງນັ້ນກໍຊີ້ໄປທີ່ພຣະມະຫາເຖຣະ ເມື່ອສໍາເລັດພັດຕະກິດແລ້ວ

ພຣະເຈົ້າປັດເສນທິໂກສັນອາຣາທະນາໃຫ້ພຣະພຸດທະເຈົ້າ ແລະພິກຂຸອົງອື່ນໆກັບວັດໄປກ່ອນ ເວັ້ນແຕ່ພຣະມະຫາເຖຣະອົງນັ້ນ ຂໍໃຫ້ຢູ່ເພື່ອກ່າວອະນຸໂມທະນາ ເມື່ອພຣະພຸດທະເຈົ້າສະເດັດກັບໄປແລ້ວ ພຣະມະຫາເຖຣະຈິ່ງກ່າວອະນຸໂມທະນາດ້ວຍນໍ້າສໍານຽງສຽງອັນມ່ວນ ແລະມີກິ່ນຫອມແຜ່ອອກມາຈາກປາກພຣະເຖຣະອົງນັ້ນຢ່າງໜ້າອັດສະຈັນ ທັບຖົມເສຍເຊິ່ງກິ່ນດອກໄມ້ຂອງຫອມທັງປວງ

ກິ່ນປາກຂອງພີຣະມະຫາເຖຣະຫອມແຜ່ໄປທົ່ວພຣະຣາຊະວັງ ຫອມຍິ່ງກວ່າດອກບົວຂຽວ ແລະດອກໄມ້ນານາພັນ ປະກົດການນີ້ປາກົດແກ່ຊົນທັງຫຼາຍໃນພຣະຣາຊະວັງ ສ່ວນອົງມະຫາກະສັດ ເມື່ອເຫັນຈິງດັ່ງນາງນັ້ນຂາບທູນ ກໍໂສມະນັດນ້ອມນະມັດສະການ ຝ່າຍພຣະມະຫາເຖຣະເມື່ອເສັດສິ້ນການອະນຸໂມທະນາແລ້ວກໍກັບໄປສູ່ວິຫານ.

ຄັນພໍຮຸ່ງເຊົ້າວັນໃໝ່ມາ ພຣະເຈົ້າປັດເສນທິໂກສົນ ຈິ່ງສະເດັດໄປສູ່ພຣະວິຫານຖວາຍນະມັດສະການພຣະຜູ້ມີພຣະພາກເຈົ້າ ແລ້ວຂາບທູນຖາມວ່າ “ເຫດໃດປາກຂອງພຣະມະຫາເຖຣະຈິ່ງຫອມໜັກໜາ

ທ່ານໄດ້ສ້າງກຸສົນໃດມາ” ພຣະພຸດທະເຈົ້າ ຕັດຕອບວ່າ “ເພາະບຸບພະຊາດປາງກ່ອນ ພິກຂຸອົງນີ້ໄດ້ຟັງພຣະສັດທັມອັນມ່ວນອ່ອນຊ້ອຍຈັບໃຈ ລົ້ມປ່ຽມໄປດ້ວຍປິຕິຍິນດີ ຈິ່ງອອກວາຈາວ່າ “ສາທຸ” ເທົ່ານັ້ນ ອານິສົງແຫ່ງການຟັງພຣະສັດທັມໃຫ້ຜົນຈິ່ງໄດ້ມີກິ່ນປາກຫອມດັ່ງນີ້”

ຄໍາວ່າ “ສາທຸ” ໃນພາສາລາວເຮົາກໍແປວ່າ ດີແລ້ວ ເຫັນດີແລ້ວ ເທົ່າກັບການເຮັດບຸນຂໍ້ໜຶ່ງໃນບຸນກິຣິຍາວັດຖຸ 10 ປະການ ມີຢູ່ຂໍ້ໜຶ່ງໃນຈໍານວນ 10 ຂໍ້ຄື ປັດຕານຸໂມທະນາໄມ ແປວ່າ ບຸນສໍາເລັດດ້ວຍການອະນຸໂມທະນາສ່ວນບຸນ ດັ່ງນີ້.

ວັນໜຶ່ງໆ ໄດ້ຄິດດີ ໄດ້ເວົ້າດີ ໄດ້ເຮັດດີ “ສາທຸ” ໃຫ້ໂຕເອງ ແລະ ໃຫ້ຄົນອື່ນໄດ້ສາທຸໃນການຄິດ ການເວົ້າ ການເຮັດການກະທໍາຂອງເຮົາ ເທົ່າກັບໄດ້ເຮັດໃຫ້ຊີວິດນີ້ ໃຫ້ມີກໍາໄລມະຫາສານ ຈະໄດ້ຊື່ວ່າ ໄດ້ຢູ່ໃນໂລກອັນນີ້ມີແຕ່ຄວາມຫອມ, ທຸກຄົນກໍຫອມຮັກ ຢ່າງໜັກໜາ ຫາສັດຕູຜູ້ບຽດບຽນບໍ່ມີແທ້ແລ…!

ພາບ ແລະ ບົດເລື່ອງຈາກ: ພຣະອາຈານ ຫົງສາ ບໍລິບູນ

Related Posts

Leave a Reply

Your email address will not be published.