Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
🔥 🔥 Breaking news ! ໃນວັນທີ່ 8 ເດືອນ ກຸມພາ ໄດ້ມີການກວດຕົວຢ່າງຈຳນວນ 25 ຕົວຢ່າງສຸມເກັບຈາກບັນດາແຂວງ, ສະຖານທີ່ບໍລິການປີ່ນປົວຈາກແຂວງຈຳປາສັກ, ສະຫວັນນະເຂດ,ບໍລິຄຳໄຊ, ຊຽງຂວາງ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ
ໃນນີ້ພົບສາຍພັນໂອມິຄຣອນ 03 ຄົນຈາກແຮງງານລາວ ກັບມາຈາກປະເທດເພື່ອນບ້ານຜ່ານດ່ານສາກົນວັງເຕົ່າ ແຂວງຈຳປາສັກ ສ່ວນທີ່ເຫຼືອແມ່ນສາຍພັນເດວຕ້າ , ທຸກຄົນໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້ກ່ອນກວດພົບເຊື້ອ,
ດັ່ງນັ້ນ, ທາງຄະນະສະເພາະກິດຂັ້ນສູງກາງກໍ່ຄືກະຊວງສາທາລະນະສຸກກໍ່ໄດ້ແຈ້ງໃຫ້ທາງພະແນກສາທາລະນະສຸກແຂວງ
ໃຫ້ເພີ່ມທະວີຕິດຕາມເຝົ້າລະວັງ ບຸກຄົນທີ່ເຂົ້າຈຳກັດບໍລິເວນໃນສະຖານທີ່ທີ່ພົບສາຍພັນໂອມິຄຣອນນັ້ນແມ່ນຖືວ່າເປັນຜູ້ສຳຜັດໃກ້ຊິດທັງໝົດລວມທັງພະນັກງານເຈົ້າໜ້າທີ່ທີ່ມີປະຫວັດໃນການພົວພັນກັບບຸກຄົນດັ່ງກ່າວເປັນຕົ້ນແມ່ນ: ເຈົ້າໜ້າທີ່ຢູ່ດ່ານເຂົ້າ-ອອກ,
ເຈົ້າໜ້າທີ່ຢູ່ສູນຈຳກັດບໍລິເວນ, ພະນັກງານຂັບລົດ , ພະນັກງານແພດແລະ ອື່ນໆ ເພື່ອປ້ອງກັນບໍ່ໃຫ້ສາຍພັນດັ່ງກ່າວເລັດລອດມາຕິດເຊື້ອພາຍໃນຊຸມຊົນ ສປປລາວ.
ຂໍ້ມູນຈາກ: ບົດລາຍງານ ຄະນະສະເພາະກິດ
ເວລາ 10:30 ວັນທີ 11/02/2022