Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຕາຍໄປແລ້ວ 92 ຊີວິດ ພາຍຸໄຊໂຄນບັດຊີ ພັດຖະລົ້ມປະເທດມາດາກັສກາຣ໌
APF ລາຍງານວ່າໃນວັນເສົາທີ 5 ກຸມພາ 2022 ເກີດພາຍຸໄຊໂຄນພັດຖະລົ້ມທີ່ປະເທດມາດາກັສກາຣ໌ ເຮັດໃຫ້ເກີດຝົນຕົກໜັກ ແລະ ມີລົມພັດແຮງຄວາມໄວທີ 165 ກິໂລແມັດຕໍ່ຊົ່ວໂມງ ເຊີ່ງພາຍຸເຄື່ອນໂຕມຸ້ງໜ້າເຂົ້າໄປທາງຕອນກາງທີ່ເອີ່ນວ່າ

ກະຕ່າເຂົ້າໜົມປັງ ຂອງປະເທດ ມາດາກັສກາຣ໌ ທີ່ເປັນເກາະກາງມະຫາສະໝຸດອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 92 ຄົນ ສ່ວນຫຼາຍຈະຢູ່ທີ່ເຂດອີຄອນໂກ ທາງຕາເວັນອອກສ່ຽງໃຕ້ຂອງມາດາກັສກາຣ໌

ບ້ານເຮືອນກວ່າ 91,000 ຫຼັງເສຍຫາຍເປັນຮາບຄາບ ປະຊາຊາຊົນຕ້ອງການຊ່ວຍເຫຼືອແບບສຸກເສີນກວ່າ 112,000 ຄົນ ແລະ ອີກ 61,000 ຄົນຕ້ອງອົບພະຍົບອອກມາຈາກບ້ານກາຍເປັນຄົນບໍ່ມີທີ່ຢູ່ອາໃສ

ອົງກອນບັນເທົາທຸກຫຼາຍໆແຫ່ງເປັນຕົ້ນ ປະຕິບັດການຕໍ່ຕ້ານຄວາມຫິວໂຫຍ, ອົງກອນຄົນພິການສາກົນ, ອົງກອນຊ່ວຍເຫຼືອເດັກ ແລະ ອົງກອນການແພດແຄນາດາ ໄດ້ເຂົ້າໄປຊ່ວຍເຫຼືອມາດາກັສກາຣ໌ເພາະຖືວ່າເປັນປະເທດໜື່ງທີ່ທຸກຍາກທີ່ສຸດໃນໂລກ

.

.

🔺ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ