ນັກລົງທຶນ ຍີ່ປຸ່ນ ສົນໃຈຢາກຮ່ວມລົງທຶນ ແລະພັດທະນາ ຢູ່ແຂວງຈຳປາສັກ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນັກລົງທຶນ ຍີ່ປຸ່ນ ສົນໃຈຢາກຮ່ວມລົງທຶນ ແລະພັດທະນາ ຢູ່ແຂວງຈຳປາສັກ

ທ່ານ ໂມໂຕໂຢຊິ ຊູຊູກິ ທີ່ປຶກສາສູງອາວຸໂສ ສະຖາບັນຄົ້ນຄວ້າ ແລະ ພັດທະນາເສດຖະກິດ-ສັງຄົມ ພ້ອມນັກລົງທຶນຈາກ Okinawa ປະເທດຍີ່ປຸ່ນ ມີຄວາມສົນໃຈຢາກຮ່ວມລົງທຶນ ແລະ ພັດທະນາ ຢູ່ແຂວງຈຳປາສັກ

ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໃນອາທິດຜ່ານມາ ໂດຍມີຈຸດປະສົງເພື່ອເກັບກຳຂໍ້ມູນ ແລະ ວາງແຜນ, ພ້ອມທັງໄດ້ນຳສະເໜີແຜນໂຄງການ ບໍລິສັດ Ryuseki ຕັ້ງຢູ່ໃນ Okinawa ປະເທດຍີ່ປຸ່ນ ມີປະຫວັດສາດການດຳເນີນທຸລະກິດມາຫຼາຍກວ່າ 70 ປີ ແລະ ທຸລະກິດຕົ້ນຕໍແມ່ນດ້ານພະລັງງານ-ນ້ຳມັນ

ເປັນຜູ້ຈັດຈໍາຫນ່າຍ ENEOS Petroleum ແລະ ດຳເນີນທຸລະກິດທີ່ຫຼາກຫຼາຍ ໃນໂອກິນາວາ ແລະ ໄດ້ເລັງເຫັນຈຸດພິເສດ ແລະ ທ່າແຮງ ກໍຄືຍຸດທະສາດ ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຢູ່ແຂວງຈໍາປາສັກ
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ

ໄດ້ກ່າວຕ້ອນຮັບ ແລະ ມີຄວາມຍິນດີເປັນຢ່າງຍິ່ງທີ່ຜູ້ປະກອບການນັກລົງທຶນຈາກ Okinawa ປະເທດຍີ່ປຸ່ນ ໄດ້ມີຄວາມສົນໃຈຢາກມາຮ່ວມລົງທຶນ ແລະພັດທະນາ ຢູ່ແຂວງຈຳປາສັກ ໂດຍໄດ້ມອບໃຫ້ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ແຂວງ

ກໍຄືຂະແໜງການທີ່ກ່ຽວຂ້ອງໃຫ້ການຮ່ວມມື ແລະ ນຳສະເໜີຕາມຂັ້ນຕອນຂອງການລົງທຶນ ແລະ ຍ້ອນໝາກຜົນຂອງການປຶກສາຫາລື ແລະ ຂະຫຍາຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ຮ່ວມກັບ ສະຖານທູດຍີ່ປຸ່ນປະຈຳລາວ ແລະ ສະພາການຄ້າ-ອຸດສະຫະກຳຍີ່ປຸ່ນປະຈຳລາວ ກໍຄືຍຸດທະສາດການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ

ຈຶ່ງເຮັດໃຫ້ມີນັກລົງທຶນ ຢາກເຂົ້າມາລົງທຶນຢູ່ແຂວງຈຳປາສັກ ຫຼາຍຂຶ້ນ ແລະ ມາຮອດປັດຈຸບັນເຂດເສດຖະກິດພິເສດແຂວງຈຳປາສັກ ສາມາດດຶງດູດການລົງທຶນໄດ້ທັງໝົດ 41 ບໍລິສັດ ມີທຶນທັງໝົດຕາມແຜນການລົງທຶນ 1.861,9 ລ້ານໂດລາ ແລະ ທຶນຈົດທະບຽນ 516,8 ລ້ານໂດລາ. ສ້າງວຽກເຮັດງານທຳ ໃຫ້ແຮງງານລາວ ແລະ ຕ່າງປະເທດ ໄດ້ ຈຳນວນ 1.010 ຄົນ.

ສະເພາະເຂດເສດຖະກິດພິເສດນິຄົມອຸດສາຫະກໍາປາກເຊ-ຍີ່ປຸ່ນ ເອັສເອັມອີ ປັດຈຸບັນສາມາດດຶງດູດການລົງທຶນ ໄດ້ທັງໝົດ 23 ບໍລິສັດ ໃນນັ້ນ, ຕ່າງປະເທດ 10 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 11 ບໍລິສັດ

ກວມເອົາຂະແໜງອຸດສາຫະກໍາ 13 ບໍລິສັດ, ມີທຶນທັງໝົດ 75,2 ລ້ານໂດລາ ແລະ ທຶນຈົດທະບຽນ 5,9 ລ້ານໂດລາ ໃນປີ 2021 ໄດ້ສົ່ງອອກສິນຄ້າ ມູນຄ່າ 9,61 ລ້ານໂດລາ.

ຂ່າວ-ພາບ: ທັດຊະນະ

Related Posts

Leave a Reply

Your email address will not be published. Required fields are marked *