ນຳ້ຕົກຕາດກວາງຊີ ຫຼັງເປີດທ່ອງທ່ຽວສີຂຽວ ເດືອນດຽວ ຍອດເຂົ້າຊົມສູງເຖິງ 22,852 ຄົນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນຳ້ຕົກຕາດກວາງຊີ ຫຼັງເປີດທ່ອງທ່ຽວສີຂຽວ ເດືອນດຽວ ຍອດເຂົ້າຊົມສູງເຖິງ 22,852 ຄົນ

ໃນວັນທີ 5 ກຸມພາ 2022 ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ,​ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ​ (ສສຊ)​,​ ທ່ານ ວົງສະຫວັນ ເທບພະຈັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍສະມາຊິກສະພາແຂວງ ໄດ້ເດີນທາງໄປຢ້ຽມຊົມ ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດກວາງຊີ ແຂວງຫຼວງພະບາງ.

ແຂວງຫຼວງພະບາງ ໄດ້ຖືກບັນຈຸເຂົ້າໃນແຜນເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ໃນ ສ ປ ປ ລາວ (Green Travel Zone) 1 ໃນ 3 ເຂດ ຂອງໄລຍະທໍາອິດ ແລະໄດ້ເປັນເອກະພາບກຳນົດເອົາເຂດການທ່ອງທ່ຽວສີຂຽວຂອງແຂວງ ຕາມເງື່ອນໄຂທີ່ກຳນົດໄວ້ໃນແຜນ ຄື: ນະຄອນ ຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ ແລະ ເມືອງງອຍ.

ແຫຼ່ງທ່ອງທ່ຽວນຳ້ຕົກຕາງກວາງຊີ ໄດ້ຮັບການພັດທະນາ, ປັບປຸງດີຂຶ້ນເປັນຕົ້ນແມ່ນ: ເສັ້ນທາງຍ່າງ, ຫ້ອງນຳ້ສາທາລະນະ ໄດ້ຮັບການສ້າງຂື້ນ ມີທັງໝົດ 3 ຈຸດ ໂດຍແມ່ນທືນຂອງໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ; ນອກນັ້ນ, ຍັງມີປ້າຍຊີ້ບອກ, ຕູບນັ່ງຜັກຜ່ອນ, ຂົວ, ຊານແລ້ງ, ຮາວກັນຕົກ ແລະອື່ນໆ.

ໃນເດືອນມັງກອນ ຜ່ານມາ ມີປະມານ 22,852 ຄົນ, ໃນນີ້ ນັກທ່ອງທ່ຽວສາກົນ 21,558 ຄົນ.

ນອກຈາກ,​ ທ່ານ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ແລະ​ ການນໍາຂອງແຂວງຫຼວງພະບາງ​ ໄດ້ມາທ່ຽວຊົມ ແຫຼ່ງທ່ອງທ່ຽວຕາດກວາງຊີແລ້ວ ກໍໄດ້ໄປທ່ຽວຊົມ ແຫຼ່ງທ່ອງທ່ຽວຕາດຮ້ອຍຄົວ ເມືອງຈອມເພັດ ຕື່ມອີກ.

ຂ່າວ: ເພັດສາຄອນ ສິມມະວົງ

Related Posts

Leave a Reply

Your email address will not be published. Required fields are marked *