Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວັງວຽງ ເມືອງຍອດຮິດ “ລາວທ່ຽວລາວ” ອາທິດດຽວ 3,000 ຄົນ
ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດ ໃນວັນທີ 7 ກຸມພາ 2022 ວ່າ: ປັດຈຸບັນ, ນັກທ່ອງທ່ຽວເດີນທາງໄປທ່ອງທ່ຽວເມືອງວັງວຽງ ນັບມື້ເພີ່ມຂຶ້ນ ໂດຍສະເພາະໃນໄລຍະທ້າຍອາທິດ,ແລະ ເກືອບທັງໝົດແມ່ນນັກທ່ອງທ່ຽວພາຍໃນປະເທດທີ່ເດີນທາງຜ່ານທາງດ່ວນນະຄອນຫລວງວຽງຈັນ ຫາ ວັງວຽງ, ສະເລ່ຍອາທິດໜຶ່ງປະມານ 3,000 ຄົນ. ແລະ ສ່ວນຫລາຍເດີນທາງໄປຕອນເຊົ້າ ແລະ ກັບຕອນຄໍ່າ, ສ່ວນຜູ້ທີ່ພັກຄ້າງຄືນມີບໍ່ຫລາຍຄືກ່ອນໜ້າທີ່ມີທາງດ່ວນ.
ສໍາລັບສະຖານທີ່ໄດ້ຮັບຄວາມນິຍົມຫລາຍກວ່າໝູ່ແມ່ນຢູ່ຝາກນໍ້າຊອງເບື້ອງຕາເວັນຕົກ ເນື່ອງຈາກມີບໍ່ນໍ້າ ແລະ ບັນດາສວນທີ່ມີກິດຈະກໍາບໍລິການນັກທ່ອງທ່ຽວເປັນຈໍານວນຫລາຍ.
ນອກຈາກນີ້ ແມ່ນຢູ່ເຂດຜາຮອມທີ່ມີອາກາດເຢັນສະບາຍ ແລະ ເໝາະສົມໃນການພັກຜ່ອນ.
ສໍາລັບມາດຕະການປ້ອງກັນພະຍາດໂຄວິດ-19 ໄດ້ຕິດຕາມຢ່າງໃກ້ສິດ ເພື່ອໃຫ້ບັນດາຫົວໜ່ວຍການບໍລິການທ່ອງທ່ຽວ ເອົາໃຈໃສ່ປະຕິບັດບັນດາທຸກມາດຕະ ການທີ່ວາງອອກ, ແຕ່ໃນທາງປະຕິບັດຕົວຈິງ ຍັງປະກົດເຫັນສະພາບການເປີດເພັງເຕັ້ນຊຸມແຊວຢູ່ບາງຫົວຫນ່ວຍບໍລິການຢູ່ຕາມລຽບນໍ້າຊອງ ເຮັດໃຫ້ຫລາຍຄົນເປັນຫ່ວງ.
ທັ້ງນີ້ ຍ້ອນຫລາຍສາເຫດ ເປັນຕົ້ນ: ຜູ້ໄປທ່ຽວເອົາເຄື່ອງສຽງໄປເອງ, ເຈົ້າຂອງຮ້ານເກງໃຈແຂກ ເພາະຢ້ານແຂກຫນີໄປຮ້ານອື່ນ ຫລື ບາງຮ້ານເຫັນຮ້ານອື່ນເຮັດກໍເຮັດນໍາ ເພື່ອເອົາໃຈແຂກ ແລະ ອື່ນໆ. ສ່ວນເບື້ອງເຈົ້າຫນ້າທີ່ກ່ຽວຂ້ອງ ຍັງບໍ່ກ້າເຂັ້ມງວດເກີນໄປ ເພາະຢູ່ໃນໄລຍະເລີ່ມຕົ້ນເປີດການທ່ອງ ທ່ຽວຄືນໃຫມ່ ຍ້ອນເຫັນໃຈຜູ້ປະກອບການທີ່ບໍ່ມີລາຍຮັບມາດົນ ເຮັດໃຫ້ການແກ້ໄຂບັນຫານີ້ຍັງພົບຄວາມຫຍຸ້ງຍາກສົມຄວນ.

ຂໍ້ມູນ FM 90