ສປ ຈີນ ສົ່ງຊ່ຽວຊານແພດໝໍຊຸດໃໝ່ ມາຊ່ວຍສປປ ລາວ ຕ້ານພະຍາດໂຄວິດ-19

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສປ ຈີນ ສົ່ງຊ່ຽວຊານແພດໝໍຊຸດໃໝ່ ມາຊ່ວຍສປປ ລາວ ຕ້ານພະຍາດໂຄວິດ-19

ສຳລັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ໃນປັດຈຸບັນ ສປປ ລາວເຮົາກໍ່ຖືວ່າຢູ່ໃນສະພາບທີ່ວ່າດີຂຶ້ນ ຕົວເລກຜູ້ຕິດເຊື້ອຫຼຸດລົງ ທັງນີ້ກໍ່ຍ້ອນຈາກຄວາມຮ່ວມມືຂອງຫຼາຍພາກສ່ວນເປັນເຈົ້າການຈັດຕັ້ງ ປະຕິບັດຕໍ່ມາດຕະການຕ່າງໆທີ່ໄດ້ວາງອອກໃນແຕ່ລະໄລຍະ.

ແຕ່ເຖິງຢ່າງໃດກໍ່ຕາມ ຕໍ່ຈາກນີ້ຄືທຸກປະເທດຕ້ອງເປີດກວ້າງການພົວພັນໄປມາຫາສູ່ກັນໃຫ້ຫຼາຍຂຶ້ນ ສະນັ້ນ ການປ້ອງກັນກວດກາໂຄວິດແມ່ນຍັງມີຄວາມຈຳເປັນຕ້ອງເພີ່ມຄວາມວ່ອງໄວຊັດເຈນຫຼາຍຂຶ້ນໃນກວດເກັບຕົວຢ່າງຄັດກອງຄົນເຂົ້າ-ອອກປະເທດ.

ເພື່ອເຫດຜົນນີ້ ລັດຖະບານ ສປ ຈີນຈິ່ງຈັດທີມງານຊ່ຽວຊານແພດໝໍຈີນ ຈຳນວນ 6 ທ່ານ ໃຫ້ເດີນທາງສປປ ລາວ ເພື່ອແລກປ່ຽນບາງບົດຮຽນຕື່ມ ໂດຍທີມແພດໄດ້ມາຮອດນະຄອນຫລວງວຽງຈັນ ໃນວັນທີ 7 ກຸມພາ 2022 ເຊິ່ງໄດ້ຮັບການຕ້ອນຮັບຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.

ການມາຂອງຄະນະຊ່ຽວຊານແພດໃນຄັ້ງນີ້ແມ່ນຕອບສະໜອງການເຊື້ອເຊີນຈາກຂອງຝ່າຍລາວ, ລັດຖະບານ ສປ ຈີນ ຈຶ່ງໄດ້ສົ່ງໜ່ວຍງານຊ່ຽວ ຊານແພດໝໍ ຈຳນວນ 6 ທ່ານ ເຂົ້າມາປະຕິບັດວຽກງານ ໃນການແລກປ່ຽນບົດຮຽນທາງດ້ານການປ້ອງກັນ ແລະ ຄວບຄຸມ

ການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍສະເພາະຊ່ວຍຝ່າຍລາວຍົກລະດັບເຕັກນິກທາງດ້ານການກວດພະຍາດໂຄວິດ (PRC) ແລະ ຮັບປະກັນໃຫ້ຖ້ຽວບິນຈາກປະເທດລາວເຂົ້າໄປປະເທດຈີນເປັນປົກກະຕິໄດ້.

Related Posts

Leave a Reply

Your email address will not be published. Required fields are marked *