Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
❤️ໜ້າຮັກເກັບເງີນໃສ່ກະບອກໄມ່ໄຜ່ໄດ້ໄປ 3 ປີ ເພື່ອໄປຂໍສາວແຕ່ງງານ
ຂ່າວໜ້າຮັກຕອນຮັບວັນແຫ່ງຄວາມຮັກທີ່ໃກ້ຈະມາຮອດນີ້ ໜຸ່ມຄົນນີ້ມີຊື່ວ່າ ມູຮຳໝັດ ຟາຮານ ແຊມຊູດິນ ອາຍຸ 25 ປີເປັນຄົນປະເທດມາເລເຊຍ ທີ່ມີຄວາມມຸ້ງໝັນອອມເງີນໃສ່ກະບອກໄມ່ໄຜ່ເປັນເວລາ 3 ປີເພື່ອນຳໄປເຊີໄພຣຂໍແຟນສາວແຕ່ງງານທີ່ມີຊື່ວ່າ ນູຣູລ ຮັນນານີ ປາຕິນ ອາຍຸ 24 ປີ

ທີ່ຄົບກັນມາດົນນານເຖິງ 11 ປີ ສາເຫດທີ່ ຟາຮານ ຕັດສິນໃຈອອມເງີນເພາະຮູ້ວ່າແຟນກຳລັງຈະຮຽນຕໍ່ ເຊີ່ງລາວຕັ້ງໃຈວ່າຈະຂໍແຟນແຕ່ງງານຫຼັງຈາກທີ່ແຟນລາວຮຽນຈົບ ແລະ ທີ່ເລືອກອອມເງີນໃສ່ກະບອກໄມ່ໄຜ່ນັ້ນເພາະມັນມີແຕ່ຊ່ອງໃຫ້ຢອດເງີນ,

ບໍ່ມີບ່ອນນຳເງີນອອກມາໄດ້ ແລະ ວິທີດຽວທີ່ຈະນຳເງີນອອກມາໄດ້ຄືຕ້ອງທຳລາຍກະບອກໄມ່ໄຜ່ເທົ່ານັ້ນ ພ້ອມທັງບອກວ່າເປັນວິທີເຝິກຄວາມອົດທົນໄດ້ເປັນຢ່າງດີ ເຊີ່ງຜ່ານໄປ 3 ປີອອມເງີນໃນກະບອກໄມ່ໄຜ່ໄດ້ເຖິງ 6 ກະບອກ ເຊີ່ງເປັນຈຳນວນເງີນ 9,000 ຣິງກິດ ຫຼື ປະມານ 24,500,000 ກີບ

🔺ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ