Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອຸບັດຕິເຫດລົດໃຫຍ່ເສຍຫລັກປີ້ນເອງ ຜູ້ບາດເຈັບ 3ຄົນ, ເສຍຊີວິດຄ່າທີ 1 ຄົນ

ໃນວັນທີ 12.2.2022, ເວລາ12:15ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625ວ່າມີລົດໃຫຍ່ປີ້ນເອງ ຢູ່ທີ່ບ້ານປາກກະຍຸງ(ຄຸ້ມໂນນແຕ້) ເມືອງວຽງຄຳ ແຂວງວຽງຈັນ.
ເມື່ອໜ່ວຍກູ້ຊີບໄປຮອດສະຖານທີ່ພົບເຫັນຄົນ ເຈັບທັງຫມົດ 4 ຄົນ,ເປັນເພດຍິງ2ຄົນ
ອາການເບື້ອງຕົ້ນ:
ຜູ້ທີ1 : ເພດຊາຍ, ມີບາດແຜເປີດຢູ່ຫນ້າພາກ
-ຜູ້ທີ2: ເພດຍິງ,ບ່າໄຫຼ່ເບື້ອງຂວາຫັກປິດ
-ຜູທີ3: ເພດຊາຍ, ມີບາດແຜຖະຫລອກຕາມຕົນໂຕ
-ຜູ້ທີ4:ເພດຍິງ , ຊີບຈອນຢຸດເຕັ້ນ,ບໍ່ຫາຍໃຈ ດັ່ງນັ້ນ ຈີງທຳການ CPR ແຕ່ຄົນເຈັບບໍ່ຕອບສະຫນອງໃດໃດ(ເສຍຊິວິດຄາທີ່) ,

ດັ່ງນັ້ນຈີ່ງໄດ້ຫໍ່ -ມ້ຽນສົບກັບບ້ານໃຫ້ພີ່ນ້ອງເຮັດພິທີທາງສາດສະຫນາ( ຢູ່ທີວັດດອນແດງ ນະຄອນຫລວງວຽງຈັນ )
ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນໄດ້ນຳສົ່ງໄປທີ່ໂຮງຫມໍແຂວງວຽງຈັນ.
©️:ຫນ່ວຍກູ້ຊີບອົງການກາແດງແຂວງວຽງຈັນ