ຊົມພາບທີ່ຫາເບິ່ງໄດ້ຍາກ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດຄົນປະຈຸບັນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຊົມພາບທີ່ຫາເບິ່ງໄດ້ຍາກ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດຄົນປະຈຸບັນ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ບໍ່ວ່າທ່ານຈະເດີນທາງໄປເຄື່ອນໄຫວວຽກງານຢູ່ທີ່ໃດ ກໍ່ໄດ້ຮັບຄວາມສົນໃຈຈາກປະຊາຊົນລາວ ເນື່ອງຈາກກາຍເປັນຜູ້ນຳຂວັນໃຈປະຊາຊົນໄປແລ້ວ ເຊິ່ງວ່າມື້ນີ້ຈະຂໍນຳເອົາຮູບພາບທີ່ຫາເບິ່ງໄດ້ຍາກ ມາຝາກແຟນຂ່າວ.

ຈະພາຫວນຄືນ 29 ປີຜ່ານມາ ທີ່ທ່ານ ທອງລຸນ ສີສຸລິດ ເດີນທາງໄປຮ່ວມງານ ການວາງຮາກຖານໂຄງການ ໂຮງຮຽນເດັກກຳພ້າ SOS (1993-2022) ໂດຍມີ ທ່ານ ກຸດຕິນ ປະທານ SOS ສາກົນ ແລະ ຝ່າຍລາວ ກໍ່ແມ່ນ ທ່ານ ທອງລຸນ ສີສຸລິດ ປະທານ SOS ຝ່າຍລາວ ເຊິ່ງຖືວ່າເປັນບຸກຄົນທຳອິດ ແລະ ທ່ານນາງ ບຸນເພັງ ມູນໂພໄຊ ອຳນວຍການໂຮງຮຽນສ້າງຄູແຂວງຊຽງຂວາງ ໄດ້ຮ່ວມວາງສີລາລືກສ້າງບ້ານ ແລະ ໂຮງຮຽນເດັກກຳພ້າ SOS ເມືອງແປກ ແຂວງຊຽງຂວາງ ສປປ ລາວ.

ເຖິງແມ່ນວ່າເວລາຈະຜ່ານໄປຫຼາຍຟ້າຫຼາຍປີ ຈະສັງເກດໄດ້ວ່າທ່ານ ທອງລຸນ ສີສຸລິດ ເມື່ອຄາວນັ້ນ ທ່ານກໍ່ຍັງມີຄວາມອັດທະຍາໄສທີ່ດີ ຍິ້ມແຍ້ມແຈ່ມໃສເປັນກັນເອງ ເຊິ່ງປັດຈຸບັນທ່ານກໍ່ຍັງຄົງໄວ້ບໍ່ມີການປ່ຽນແປງ ຫຼື ການວາງໂຕຂອງທ່ານໃນທ່າມກາງປະຊາຊົນ.

ແນ່ນອນກ່ອນທີ່ທ່ານຈະກ້າວມາດຳລົງຕຳແໜ່ງປະທານປະເທດ ແຫ່ງ ສປປ ລາວ ວຽກງານ ຫຼື ບົດບາດທາງດ້ານການເມືອງ ແລະ ປະສົບການຂອງທ່ານແມ່ນປ່ຽມລົ້ນໃນຄວາມເປັນຜູ້ນຳທີ່ມີຄວາມສະຫຼຽວສະຫຼາດ ເຫັນແບບນີ້ແລ້ວບໍ່ແປກໃຈທີ່ທ່ານໄດ້ເປັນຜູ້ນຳໃນດວງໃຈຂອງປະຊາຊົນ ແລະເປັນຜູ້ນຳສູງສຸດຂອງປະເທດເຮົາ.

ແລະມາຮອດມື້ນີ້ ທ່ານໄດ້ດຳລົງຕຳແໜ່ງເກືອບ 1 ປີເຕັມແລ້ວ ທີ່ທ່ານ ທອງລຸນ ສີສຸລິດ ຖືກຮັບຮອງແຕ່ງຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ໃນວັນທີ 22 ມີນາ 2021 ເຊິ່ງຖືວ່າເປັນຄົນທີ 8 ຂອງປະເທດລາວ.

ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ທອງລຸນ ສີສຸລິດ ຖືກຮັບຮອງແຕ່ງຕັ້ງເປັນປະທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ດ້ວຍຜົນການລົງຄະແນນສຽງຮັບຮອງການເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ມີໜ້າທັງໝົດ 163 ທ່ານ, ເຫັນດີ 161 ທ່ານ.

Related Posts

Leave a Reply

Your email address will not be published. Required fields are marked *