Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
🛑_ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເເລະ ພັນລະຍາ ໄດ້ລອງຂີ່ລົດໄຟລາວ-ຈີນເເລ້ວ! ເເລ້ວທ່ານເດ?ເຄີຍໄປຂີ່ລົດໄຟລາວຈີນ ເເລ້ວ ຫຼື ບໍ່?
ໃນວັນທີ 7 ກຸມພາ 2022 ທີ່ຜ່ານມາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ, ປະທານປະເທດແຫ່ງ ສ ປປ ລາວ ທ່ານ ທອງລຸນ ສີສຸລິດ ໄດ້ນຳພາຄະນະຜູ້ແທນລັດຖະບານໄປນັ່ງລົດໄຟ EMU ຂະບວນ “ລ້ານຊ້າງ”, ຢ້ຽມຢາມສະຖານີນະຄອນຫຼວງວຽງຈັນ, ສະຖານີບໍ່ເຕ່ນ, ສະຖານີຫຼວງພະບາງ.
ທ່ານໄດ້ກ່າວຊົມເຊີຍຕໍ່ຜົນສຳເລັດຂອງທາງລົດໄຟ ລາວ-ຈີນ ນັບແຕ່ໄດ້ເປີດນຳໃຊ້ເປັນຕົ້່່ນມາ ແລະ ໄດ້ໃຫ້ການຊີ້ນຳອັນສຳຄັນຕໍ່ວຽກງານທາງລົດໄຟ ລາວ-ຈີນ.
ຕາມການລາຍງານໄດ້ໃຫ້ຮູ້ວ່າ, ມາຮອດວັນທີ 5 ກຸມພານີ້, ລົດໄຟ ລາວ-ຈີນໄດ້ດຳເນີນການຂົນສົ່ງຜູ້ໂດຍສານ ທັງໝົດ 116 ຄູ່, ສົ່ງຜູ້ໂດຍສານໄດ້ 108.770 ຄົນ, ສະເລ່ຍແລ້ວມື້ລະ 1.699 ຄົນ/ມື້, ຜູ້ໂດຍສານສູງສຸດຕໍ່ມື້ 2.804 ຄົນ; ຂົນສົ່ງສິນຄ້າທັງໝົດ 124,5 ຄູ່,
ປະລິມານການຂົນສົ່ງສິນຄ້າທັງໝົດລວມໆ 133.191 ໂຕນ, ສະເລ່ຍ 2.081 ໂຕນ/ມື້, ຂົນສົ່ງສິນຄ້າໄດ້ສູງສຸດ 6.748 ໂຕນ/ມື້, ສະແດງໃຫ້ເຫັນເຖິງສະພາບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ມີຄວາມຄຶກຄັກ ແລະ ລາຍໄດ້ຈາກການຂົນສົ່ງລົດໄຟທີ່ເລີ່ມປະກົດດອກອອກຜົນ
ທ່ານ ທອງລຸນ ສີສຸລິດ ມີຄວາມພໍໃຈທີ່ສຸດທີ່ໄດ້ນັ່ງລົດໄຟ EMU ຂະບວນ “ລ້ານຊ້າງ” ເປັນຄັ້ງທຳອິດ, ໄດ້ກ່າວເຖິງຄວາມສະດວກ, ຄວາມໝັ້ນທ່ຽງ ແລະ ຄວາມປອດໄພຂອງລົດໄຟ, ພ້ອມທັງຍົກໃຫ້ເຫັນຄວາມພະຍາຍາມຂອງບໍລິສັດທາງລົດໄຟລາວ-ຈີນໃນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງການນຳຂອງສອງປະເທດໃນພິທີເປີດນຳໃຊ້ທາງລົດໄຟລາວ-ຈີນ ແລະ ໝາກຜົນທີ່ໄດ້ຮັບນັບແຕ່ໄດ້ເປີດໃຫ້ບໍລິການທາງລົດໄຟລາວ-ຈີນສອງເດືອນທີ່ຜ່ານມາ.
ທ່ານໄດ້ກ່າວວ່າຕື່ມວ່າ, ການເປີດນຳໃຊ້ທາງລົດໄຟລາວ-ຈີນໄດ້ເຮັດໃຫ້ການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດຈະສະດວກສະບາຍຂຶ້ນກວ່າເກົ່າ, ນັບແຕ່ມີທາງລົດໄຟລາວ-ຈີນ, ປະຊາຊົນລາວກວ່າ 44.210, -1,14, -2,51% ຮູ້ສຶກມີຄວາມພາກພູມໃຈ. ທ່ານ ທອງລຸນ ສີສຸລິດ ຫວັງວ່າປະຊາຊົນລາວ 7 ລ້ານຄົນ ຈະສາມາດໄດ້ນັ່ງລົດໄຟ, ເພື່ອໃຫ້ປະຊາຊົນລາວໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງແທ້ຈິງ.
ທ່ານ ທອງລຸນ ສີສຸລິດ ຊີ້ຍັງກ່າວຕື່ມວ່າ: ຂະນະນີ້ພວມກຳລັງກໍ່ສ້າງໂຮງຮຽນເຕັກນິກ-ວິຊາຊີບທາງລົດໄຟລາວ-ຈີນ ເພື່ອຈະວາງພື້ນຖານອັນໜັກແໜ້ນໃຫ້ແກ່ການຝຶກຝົນທັກສະທາງລົດໄຟໃຫ້ແກ່ພະນັກງານລາວ ແລະ ການພັດທະນາອຸດສາຫະກຳລົດໄຟໃນລາວ.
ທ່ານໄດ້ຊີ້ນຳໃຫ້ບໍລິສັດທາງລົດໄຟລາວ-ຈີນໃຫ້ດຳເນີນການຄຸ້ມຄອງ ແລະ ໃຫ້ບໍລິການລົດໄຟລາວ-ຈີນໃຫ້ດີ, ພະຍາຍາມໃຫ້ການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຫຼາຍຂຶ້ນກວ່າເກົ່າ, ພ້ອມທັງສືບຕໍ່ວຽກງານຝຶກອົບຮົມພະນັກງານລາວໃຫ້ດີ.
ທີ່ມາຂໍ້ມູນ: CRI-FM93