ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍມາແລ້ວ 1 ປີເຈົ້າໜ້າທີ່ຈັບໄດ້

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍມາແລ້ວ 1 ປີເຈົ້າໜ້າທີ່ຈັບໄດ້

ລັກລອບຕັດໄມ້ເຂດປ່າສະຫງວນແຫ່ງຊາດ ພູເຂົາຄວາຍມາແລ້ວ 1 ປີເຈົ້າໜ້າທີ່ຈັບໄດ້ເວລາ 19: 00 ໂມງ ວັນທີ 9 ກຸມພາ 2022, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວກວດກາລາດຕະເວນຕາມເສັ້ນທາງລຽບພູເຂົາຄວາຍ ພົບເຫັນລົດກະຕຽນຈຳນວນ 1 ຄັນ

ຈິ່ງກວດກາພົບເຫັນໄມ້ແຕ້ 17 ຕັບ ຫຼື ສອງຄິວ ຈິ່ງໄດ້ກັກຕົວຜູ້ຂົນຍ້າຍ ຊື່ທ້າວ ສຸກ ອາຍຸ 45 ປີ ກໍາມະກອນ ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ ມາສອບສວນຂະຫຍາຍຜົນ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕຳຫຼວດ ປກສ ເມື3ອງປາກງື່ມ ນວ ໃຫ້ຮູ້ວ່າ: ຜ່ານການລົງກວດກາລາດຕະເວນພື້ນທີ່ລຽບຕາມທາງພູເຂົາຄວາຍຄັ້ງວັນທີ 9 ກຸມພາ 2022 ພົບເຫັນເປົ້າໝາຍຄື: ທ້າວ ສຸກ ກຳລັງຂັບຂີ່ລົດກະຕຽນບັນທຸກໄມ້ ຂົນສົ່ງໄມ້ແຕ້ອອກເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍຊາຍແດນຕິດຈອດກັບເມືອງທ່າພະບາດ ແຂວງບໍລິຄຳໄຊ

ຈຳນວນ 2 ຄິວ, ຈັກຕັດໄມ້ 1 ເຄື່ອງ, ໂຟນນີ 2 ເຄື່ອງ, ໂທລະສັບ 3 ເຄື່ອງ ແລະ ຢາບ້າ 62 ເມັດ. ຜ່ານການສອບສວນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ຜ່ານມາເຄື່ອນໄຫວລັກລອບຕັດໄມ້ຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ 1 ປີ ແລ້ວ ແລະ ເຄື່ອງຂອງກາງທີ່ ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງຕົນ, ສ່ວນຢາບ້າໄດ້ຊື້ຈາກຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ ເພື່ອເອົາມາຈ້າງກຳມະກອນເລື່ອຍໄມ້ ແລະ ຫາມໄມ້ຂຶ້ນລົດໃຫ້.

ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຂະຫຍາຍຜົນຫາກຸ່ມແກ້ງພັກພວກຮ່ວມ ຂະບວນຄ້າຂາຍຢາເສບຕິດ ແລະ ລັກລອບຕັດໄມ້ຢູ່ເຂດປ່າສະຫງວນແຫ່ງຊາດພູເຂົາຄວາຍ ເພື່ອມາດຳເນີນຄະດີຕາມກົດໝາຍ.

Related Posts

Leave a Reply

Your email address will not be published. Required fields are marked *