Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
!ມອບ-ຮັບ ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ມູນຄ່າ 66 ຕື້ 900 ລ້ານກີບ ຫຼື 8.362.500 ໂດລາ
ພິທີມອບ-ຮັບ ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ຕັ້ງຢູ່ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ລະຫວ່າງ ບໍລິສັດ ນໍຣິນໂກ ສປ ຈີນ ແລະ ກະຊວງປ້ອງກັນຄວາມສະຫງົບລາວ, ໄດ້ຈັດ ໃນວັນທີ 14 ກຸມພາ 2022 ນີ້
ໂດຍການເຂົ້າຮ່ວມຂອງ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫົງບ, ຕາງຫນ້າບໍລິສັດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ພຶດສະພາ ພູມມະສັກ ໃນນາມຕາງຫນ້າບໍລິສັດ ນໍຣິນໂກ ສປ ຈີນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 14 ມັງກອນ 2020 ໂດຍນຳໃຊ້ເງິນກູ້ຢືມຂອງໂຄງການ ຈັດຊື້ພາຫະນະ ອຸປະກອນວິຊາສະເພາະພື້ນຖານໂຄງລ່າງ ມູນຄ່າ 66 ຕື້ 900 ລ້ານກີບ ຫລື 8.362.500 ໂດລາ
ໃນການກໍ່ສ້າງ, ໂຄງການກໍ່ສ້າງສະໂມສອນຂອງກະຊວງປ້ອງກັນຄວາມສະຫງົບ ແມ່ນໄດ້ຖືກອອກແບບໂດຍຜູ້ທີ່ມີປະສົບການ, ເຊິ່ງໄດ້ລວບລວມເອົາ ສະຖາປັດຕະຍາກຳຂອງລາວຫລາຍບ່ອນເປັນຕົ້ນ ແມ່ນຮູບຊົງ, ຫລັງຄາ ຈາກຫລວງພະບາງ ປະດັບປະດາດ້ວຍ ລາຍລາວ ປະສົມ ລາວປະຍຸກຝຣັ່ງມີຮູບປັ້ນມ້າ 2 ໂຕ ຢູ່ດ້ານຫນ້າເພື່ອສັນຍາລັກຂອງສະຫນາມນຳ (ເຊິ່ງສະຖານທີ່ດັ່ງກ່າວໃນອະດິດແມ່ນເປັນ ສະຫນາມຝຶກຊ້ອມມ້າ ມາກ່ອນ), ມ້າເປັນສັດທີ່ສະແດງເຖິງຄວາມແຂງແຮງ, ເຄັ່ງຂຶມ ແລະ ມີຄວາມວ່ອງໄວ.
ໂຄງການກໍ່ສ້າງດັ່ງກ່າວ ປະກອບມີ 17 ໜ້າວຽກຄື: ອາຄານສະໂມສອນໃຫຍ່, ອາຄານສະໂມສອນນ້ອຍ (ອາຄານຈັດງານລ້ຽງ), ພູມມີທັດພາຍນອກອາຄານ. ລະບົບໄຟຟ້າພາຍນອກອາຄານ, ລະບົບປໍ້ານໍ້າປະປາພາຍນອກອາຄານ, ຂັ້ນໄດພາຍນອກ, ຕົບແຕ່ງພາຍໃນສະໂມສອນໃຫຍ່, ຕົບແຕ່ງພາຍໃນສະໂມສອນນ້ອຍ, ວຽກເຟີນີເຈີ.
ອາຄານເຮືອນປໍ້ານໍ້າ, ສ້ອມແປງອາຄານຫ້ອງນໍ້າ. ສ້ອມແປງອາຄານເບີ 1, ສ້ອມແປງອາຄານເບີ 2, ກໍ່ສ້າງສາລາ ຈຳນວນ 2 ຫຼັງ, ວຽກທາງຢາງ, ວຽກກັນເຈື່ອນໃຊ້ເວລາ 13 ເດືອນໃນການກໍ່ສ້າງ ຮອດວັນທີ 30 ມີນາ 2021 ສໍາເລັດການກໍ່ສ້າງໂດຍພື້ນຖານ ແລະ ໄດ້ມອບໃຫ້ເຈົ້າຂອງໂຄງການນໍາໃຊ້ໃນການສະເຫຼີມສະຫຼອງວັນສ້າງຕັ້ງ ກໍາລັງຍ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ໃນວັນທີ 5 ເມສາ 2021.
ຕາງຫນ້າເຊັນບົດບັນທຶກມອບ-ຮັບ ໂດຍ ພົຈວ ທອງສຸກ ຢ່າເອີ່ລາວລີ ຮັກສາການຫົວຫນ້າກົມໃຫຍ່ພາລາທິການ ປ້ອງກັນຄວາມສະຫງົບ ແລະ ທ່ານ ພຶດສະພາ ພູມມະສັກ ຕາງຫນ້າບໍລິສັດ ນໍຣິນໂກ ສປ ຈີນ ມີໂດຍມີການນຳຂັ້ນສູງກະຊວງ ປກສ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ແລະ ຕາງຫນ້າບໍລິສັດ ຮ່ວມເປັນສັກຂີພະຍານ.
ຂ່າວ: ຄວາມສະຫງົບ