Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ພາຍໃນປີນີ້ເຮົາອາດເຫັນຄາລານໍ້າມັນເຊື້ອໄຟລິດລະ 20,000 ກີບ
ພາຍໃນປີນີ້ເຮົາອາດເຫັນຄາລານໍ້າມັນເຊື້ອໄຟລິດລະ 20,000 ກີບຊ່ວງທີ່ຜ່ານມາເຮົາຈະເຫັນໄດ້ວ່າລາຄານໍ້າມັນໄດ້ປັບສູງຂື້ນເລື່ອຍໆ ໂດຍຫຼ້າສຸດໃນວັນທີ່ 11 ກຸມພາ ລາຄານໍ້າມັນໄດ້ເພິ່ມຂື້ນສະເລ່ຍລິດລະ 690 ກີບຕໍ່ລິດ ໂດຍລາຄານໍ້າມັນໃນປະຈຸບັນລາຄາເເພງທີ່ສຸດຄື 16,830 ກີບຕໍ່ລິດ
ຖ້າສະຖານະການເປັນແບບນີ້ຕໍ່ໄປລາຄານໍ້າມັນອາດຮອດລິດລະ 20,000 ກີບດັ່ງນັ້ນມື້ນີ້ 10 Story ຈະມາວິເຄາະວ່າ ມີປັດໄຈຫຍັງແດ່ທີ່ຈະເຮັດໃຫ້ລາຄານໍ້າມັນອາດເຖິງ 20,000 ກີບຕໍ່ລິດ

ປັດໄຈທີ່ 1: Demand ຄວາມຕ້ອງຊົມໃຊ້ຂອງນໍ້າມັນຈາກທົ່ວໂລກຢູ່ໃນລະດັບສູງ ອັນເນື່ອງມາຈາກຫຼາຍໆປະເທດເລີ່ມຜ່ອນມາດຕະການໂຄວິດ-19 ແລະ ເລີ່ມເປີດເມືອງຫຼາຍຂື້ນ ເຮັດໃຫ້ການເດີນທາງຂອງຄົນເພີ່ມຂື້ນ ປະກອບກັບປະເທດໃຫຍ່ໆໃຊ້ມາດຕະການທາງເງີນເພື່ອກະຕຸ້ນເສດຖະກິດ ໂດຍການແຈກເງິນໃຫ້ປະຊາຊົນອອກໄປໃຊ້ຈ່າຍໜູນວຽນໃນລະບົບເສດຖະກິດ ແນ່ນອນວ່າສົ່ງຜົນຕໍ່ການເດີນທາງແລະຄວາມຕ້ອງການນໍ້າມັນໄປພ້ອມໆກັນ
ປັດໄຈທີ່ 2: Supply ຜູ້ຜະລິດນໍ້າມັນມີຄວາມຈຳກັດໃນການຜະລິດ ແລະ ບໍລິສັດຂຸດເຈາະນໍ້າມັນໜ່ອຍລົງ ເນື່ອງຈາກທົ່ວໂລກຜັກດັນເລື່ອງ Green energy ພະລັງງານສະອາດເຊັ່ນ: ລົດໄຟຟ້າ ນໍາໂດຍ ສະຫະລັດ ເອີລົບ ແລະ ຈີນ ສົ່ງຜົນໃຫ້ບໍລິສັດຂຸດເຈາະນຳມັນເປັນທຸລະກິດ Sunset Industry (ທຸລະກິດຂາລົງ) ເມື່ອຜູ້ຜະລິດໜ່ອຍລາຍ ແຕ່ຄວາມຕ້ອງການໃນຊ່ວງນີ້ເພີ່ມຂື້ນຫຼາຍ ແນ່ນອນລາຄາກໍ່ຈະສູງຂື້ນ

ປັດໄຈທີ່ 3: ຄວາມຂັດແຍ່ງທາງການເມືອງລະຫວ່າງຣັດເຊຍແລະຍູເຄຼນ ຈະເຫັນໄດ້ວ່າຜູ້ຜະລິດນຳມັນລາຍໃຫຍ່ອັນດັບ 3 ຂອງໂລກແມ່ນຣັດເຊຍແລະສະຫະລັດເປັນຜູ້ຜະລິດນຳມັນລາຍໃຫຍ່ອັນດັບ 1 ຂອງໂລກ ທັ້ງສອງປະເທດມີສະຖານະການວ່າອາດຈະເກີດສົງຄາມ ຫຼືອາດຈະເກີດຂື້ນພຽງເລັກນ້ອຍ ແນ່ນອນວ່າສົ່ງຜົນເຮັດໃຫ້ລາຄານໍ້າມັນຈະເພີ່ມສູງຂື້ນແບບບໍ່ຕ້ອງສົງໃສ
ເຊິ່ງຜູ້ທີ່ຮູ້ດີທີ່ສຸດວ່າຈະເກີດສົງຄາມຫຼືບໍ່ ຄືຣັດເຊຍແລະສະຫະລັດ ເມື່ອທັ້ງສອງປະເທດຮູ້ລ່ວງໜ້າ ນັ້ນໜາຍວ່າສາມາດໃຊ້ເຄື່ອງມືທາງການເງິນໃນການເກນກຳໄລລາຄານໍ້າມັນໄດ້ອີກ ດັ່ງນັ້ນຄວາມຂັດແຍງລະຫວ່າງຍູເຄຼນແລະຣັດເຊຍ ກໍ່ໃຫ້ເກີດປະໂຫຍດທາງອ້ອມໃຫ້ກັບປະເທດມະຫາອຳນາດພໍສົມຄວນ ຊື່ງມີໂອກາດຜັກດັນລາຄານໍ້າມັນເພີ່ມສູງຂື້ນເລື່ອຍໆ
ປັດໄຈທີ່ 4: ອັດຕາແລກປ່ຽນເງິນຕາດັ່ງທີ່ພວກເຮົາຮູ້ດີວ່າ ນໍ້າມັນເຊື້ອໄຟປະເທດລາວບໍ່ສາມາດຜະລິດເອງໄດ້ ຕ້ອງອາໃສການນຳເຂົ້າ ດັ່ງນັ້ນລາຄາຊື້-ຂາຍຈະຂື້ນກັບຜູ້ຈໍາໜ່າຍເປັນຫຼັກ ປະກອບກັບນະໂຍບາຍການເງິນຂອງ Fed (ທະນາຄານກາງສະຫະລັດ)
ຈະດືງເງິນເຂົ້າສູ່ລະບົບພາຍໃນປີນີ້ ຈະເຮັດໃຫ້ເງິນໂດລາແຂງຄ່າ ແລະອາດສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າລົງ ແນ່ນອນມັນສົ່ງຜົນເຮັດໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟມາຈຳໜ່າຍໃນບ້ານເຮົາກໍ່ຈະແພງຂື້ນທັ້ງ 4 ປັດໄຈ ກ່າວມາຂ້າງເທິງທາງ 10 Story ເບີ່ງວ່າລາຄານໍ້າມັນຍັງຈະແພງຂື້ນອີກ ອາດເຖີງຂັ້ນ 20,000 ຕໍ່ລິດພາຍໃນປີນີ້
(ຖ້າຫາກລັດຖະບານບໍ່ເຂົ້າໄປແຊກແຊງລາຄານໍ້າມັນ) ເມື່ອລາຄານໍ້າມັນສູງຂື້ນສົ່ງຜົນເຮັດໃຫ້ລາຄາສິນຄ້າແລະບໍລິການຕ່າງໆຈະແພງຂື້ນນຳ ໃນຂະນະດຽວກັນເສດຖະກິດອາດຖົດຖ້ອຍໄດ້ ເພາະລາຄາສິນຄ້າເພີ່ມສູງຂື້ນຢ່າງວອງໄວ ເຮັດໃຫ້ຜູ້ບໍລິໂພກມີອຳນາດຊື້ໜ່ອຍລົງ