Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ປະຊາຊົນລາວຫຼາຍກວ່າ 7,000 ຄົນ ເສຍຊີວິດໃນແຕ່ລະປີເນື່ອງຈາກຢາສູບ ເຊິ່ງກວມເອົາເດັກນ້ອຍຜູ້ຊາຍ 10,7% ແລະ ເດັກນ້ອຍຍິງ 2,10%🇱🇦🇱🇦
ປະຊາຊົນລາວຫຼາຍກວ່າ 7,000 ຄົນ ເສຍຊີວິດໃນແຕ່ລະປີແມ່ນເນື່ອງຈາກການເຈັບເປັນ ຫຼື ປ່ວຍທີ່ເກີດຈາກຢາສູບ ແລະ 15% ຂອງຜູ້ເສຍຊີວິດທົ່ວປະເທດດັ່ງກ່າວນັ້ນແມ່ນເກີດຈາກພະຍາດສະເພາະທີ່ເກີດຈາກການສູບຢາ.
ສິ່ງທີ່ໜ້າເປັນຫ່ວງທີ່ສຸດຄືເດັກນ້ອຍຜູ້ຊາຍລາວສູບຢາກວມເອົາ 10,7% ຂອງຈໍານວນເດັກນ້ອຍຊາຍໃນຂອບເຂດທົ່ວປະເທດ ແລະ ເດັກນ້ອຍຍິງກວມ 2,10% ນອກນີ້ຍັງມີການສູບຢາເເບບໄຟຟ້າໃນກຸ່ມເດັກນ້ອຍຊາຍກວມ 5% ແລະ ເດັກນ້ອຍຍິງກວມ 3,7%.
ພາສີອາກອນຢາສູບລາວ ຫຼື ລາຄາຂາຍຍ່ອຍແມ່ນຍັງຕໍ່າຫຼາຍຖາທຽບກັບປະເທດອື່ນໆໃນອາຊີ ເຊິ່ງຢາສູບ 1 ຊອງຢູ່ລາວລາຄາບໍ່ຮອດ 2 ໂດລາ ແລະ ຢາສູບທີ່ນໍາເຂົ້າກໍມີ ລາຄາຖືກເຊັ່ນກັນຈຶ່ງເຮັດໃຫ້ຊາວໜຸ່ມ ແລະ ຜູ້ທີ່ທຸກຍາກເຂົ້າຫາຢາສູບໄດ້ ຫຼື ຍັງສາມາດຊື້ໄດ້ເພາະລາຄາບໍ່ສູງ
ທີ່ມາຂໍ້ມູນ:
1.ໜັງສືພິມວຽງຈັນທາຍ