Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເດືອນມັງກອນ 2022 ສປປ ລາວ ເກີນດຸນການຄ້າ 41 ລ້ານໂດລາ
ຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນມັງກອນ 2022 ບັນລຸໄດ້ປະມານ 1,156 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 598 ລ້ານໂດລາ, ມູນຄ່າການນໍາເຂົ້າ ມີປະມານ 557 ລ້ານໂດລາ.
ເກີນດຸນການຄ້າປະມານ 41 ລ້ານໂດລາ (ໃນນີ້ຍັງບໍ່ລວມການສົ່ງອອກໄຟຟ້າ).
ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ ແລະ ແປ້ງມັນຕົ້ນ.
ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ສາຍໄຟຟ້າ, ເຄເບີ້ລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ, ຜະລິດຕະພັນທາງເຄມີ ແລະ ຜະລິດຕະພັນການຢາ (ເພສັດຊະກໍາ).
ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ:
- ຈີນ ມູນຄ່າ 217 ລ້ານໂດລາ,
- ຫວຽດນາມ 110 ລ້ານໂດລາ,
- ໄທ 141 ລ້ານໂດລາ,
- ອົສຕຣາລີ 42 ລ້ານໂດລາ
- ຍີ່ປຸ່ນ 12 ລ້ານໂດລາ.
ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ:
- ໄທ ມູນຄ່າ 254 ລ້ານໂດລາ,
- ຈີນ 108 ລ້ານໂດລາ,
- ຫວຽດນາມ 27 ລ້ານໂດລາ,
- ສະວິດເຊີແລນ 59 ລ້ານໂດລາ
- ສ ອາເມຣິກາ 41 ລ້ານໂດລາ.
ຂໍ້ມູນ ປະຊາຊົນ