Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
✔️ເຊັກດ່ວນ! ບ່ອນເຮັດວຽກ ຫຼື ໂຮງງານຄວາມຄຽດ #ຖ້າມີຄົບທຸກຂໍ້ ຮີບຫາວຽກໃໝ່ດ່ວນໆ !.👇
📌#ໜ້າວຽກຄຸມເຄືອ ໜ້າທີ່ບໍ່ຊັດເຈນ ຍ້າຍໄປເຮັດວຽກນັ້ນແດ່ ຍ້າຍມາເຮັດວຽກນີ້ແດ່ ຮູ້ສຶກບໍ່ແຟຣ໌ ໄດ້ຮັບວຽກຫຼາຍຢ່າງ ເກີນຫນ້າທີ່ ບໍ່ເໝາະສົມກັບເງິນເດືອນ ບໍ່ມີເປົ້າໝາຍການເຮັດວຽກທີ່ຊັດເຈນ ເຮັດໃຫ້ເກີດຄວາມຄຽດຈາກຄວາມບໍ່ແນ່ນອນຂອງວຽກ ທີ່ຕ້ອງຮັບຜິດຊອບ ເປັນຜົນມາຈາກໂຄງສ້າງບໍລິສັດທີ່ບໍ່ຫມັ້ນຄົງ
#ຫຼິ້ນພັກຫຼິ້ນພວກໃນບ່ອນເຮັດວຽກ ມີເສັ້ນສາຍຫຼາຍ, ເຮັດວຽກໜັກໄປກໍບໍ່ໄດ້ຫຍັງຕອບແທນ ຖືກແຊກແຊງໜ້າທີ່ຕະຫລອດ ເຮັດດີບໍ່ເຄີຍຖືກຊື່ນຊົມ ເຮັດຜິດເທື່ອດຽວຖືກທຸບ! ຖືກພວກເຮັດວຽກເອົາໜ້າຍາດແຍ່ງຜົນງານໄປຫມົດ ເຮັດໃຫ້ເສຍຄວາມຮູ້ສຶກ ຄຽດ ຂາດຈຸດມຸ່ງໝາຍ ເຮັດວຽກໄປວັນໆ ໂດຍບໍ່ມີແຮງຈູງໃຈ ຂາດໂອກາດເຕີບໂຕໃນສາຍງານ.
#ຫົວໜ້າບ້າອຳນາດ ປັດໄຈຫຼັກທີ່ສົ່ງຜົນຕໍ່ສຸຂະພາບຈິດໃນການເຮັດວຽກ ຖ້າພົບຫົວໜ້າກົດດັນ ຈູ້ຈີ້ຈຸກຈິກ ຈ້ອງຈັບຜິດຕະຫລອດເວລາ ບໍ່ຮັບຟັງຄວາມເຫັນ ບໍ່ປົກປ້ອງຜົນປະໂຫຍດຂອງທີມ ເຫັນລູກນ້ອງເປັນເຄື່ອງມືໃນການເລື່ອນຕຳແໜ່ງເທົ່ານັ້ນ ບໍ່ມີຄວາມເຫັນອົກເຫັນໃຈ ກົດດັນເກັ່ງ ແຕ່ໂຕເອງເຮັດຫຍັງບໍ່ເປັນ ສັ່ງຢ່າງດຽວ ພົບພໍ້ແບບນີ້? ໃຜບໍ່ຄຽດກໍບ້າແລ້ວ!
#ການກັ່ນແກ້ງໃນບ່ອນເຮັດວຽກ ການບູລີ່ໃນບ່ອນເຮັດວຽກຖືເປັນເລື່ອງທີ່ພົບເຫັນເລື້ອຍໆ ທັງການເວົ້າຂວັນ ຫລິ້ນມຸກບໍ່ມີມາລະຍາດ ຈິກກັດ ນິນທາ ທັງຕໍ່ໜ້າແລະລັບຫຼັງ ຫາໝູ່ຮ່ວມວຽກຈິງໃຈນິດໄສດີໆ ບໍ່ມີ.
🙅♂️ປັດໄຈເຫຼົ່ານີ້ລ້ວນກໍ່ໃຫ້ເກີດ #ພາວະໝົດໄຟ ຖ້າຝືນທົນຕໍ່ໄປ ສຸຂະພາບຈິດກໍຖືກບັ່ນທອນລົງທຸກມື້ ແລະຍັງສົ່ງຜົນຕໍ່ສຸຂະພາບຮ່າງກາຍໄດ້ ຊຸດໂຊມ, ອ່ອນເພຍຊຳເຮື້ອ, ຄຽດ, ວິຕົກກັງວົນ ຈົນໄປເຖິງພາວະຊຶມເສົ້າໃນໄວເຮັດວຽກໄດ້ເລີຍ.
ຂໍ້ມູນຈາກ: evpss.co/86bb79