Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເອີ້ນໄດ້ວ່າໂຊຊຽວແຊຄິບສຸດເສົ້າຈາກເຟສບຸກ ກັນ ຊະນະເດດ ຂອງສິນລະປິນເດັກນ້ອຍ ນ້ອງກັນ ຊະນະເດດຂຽວເຊັນ ອາຍຸ 12 ປີ ທີ່ໄລ້ສົດຫຼິ້ນກີຕ້າ ແລະ ຮ້ອງເພງທັງນ້ຳຕາພ້ອມລະບຸຂໍ້ຄວາມວ່າ

ກັນ ຂໍເຮັດເພື່ອພໍ່ເປັນຄັ້ງສຸດທ້າຍ ຫາເງິນງານສົບພໍ່ ທະນາຄານກະສິກອນໄທ 0771212867 ຊະນະເດດ ຂຽວເຊັນ (ກັນຮັກພໍ່ສຸດຫົວໃຈ)

ນ້ອງກັນ ເຜີຍວ່າ ມື້ນີ້ເປັນວັນທີ່ບໍ່ຢາກໃຫ້ມາເຖິງ ແຕ່ພໍ່ເຄີຍບອກວ່າໃຫ້ຢູ່ເທິງໂລກແຫ່ງຄວາມເປັນຈິງ

ຈຶ່ງມາຂໍໄລ້ສົດເພື່ອຫາເງິນຈັດງານສົບພໍ່ ໂດຍຕະຫຼອດການໄລ້ສົດ ນ້ອງກັນ ກໍ່ໄດ້ຮ້ອງເພງ ແລະ ຫຼິ້ນກີຕ້າທັງນ້ຳຕາ

ສຳຫຼັບ ນ້ອງກັນ ຊະນະເດດ ເປັນໜຸ່ມນ້ອຍມາກຄວາມສາມາດດ້ານດົນຕຣີ ທີ່ມາຈາກການເປີດໝວກ

ໂຊຄວາມສາມາດທາງດ້ານການຮ້ອງເພງຂອງຕົວເອງຕາມສະຖານທີ່ໃນເມືອງ ເພື່ອທີ່ຈະຫາເງິນເພື່ອເປັນທຶນການສຶກສາ

ແລະແບ່ງເບົາພາລະຄ່າໃຊ້ຈ່າຍຂອງພໍ່ ເພາະວ່າເຂົາອາໄສຢູ່ກັບພໍ່ທີ່ເປັນພໍ່ລ້ຽງດ່ຽວ
ໂດຍພໍ່ຂອງນ້ອງລ້ຽງນ້ອງມາຄົນດຽວຕັ້ງແຕ່ອາຍຸ 4 ປີ

ເຊິ່ງພໍ່ຂອງ ນ້ອງກັນ ໄດ້ປ່ວຍເປັນມະເຮັງລະຍະສຸດທ້າຍ

ເຊິ່ງກ່ອນໜ້ານີ້ນ້ອງເອງກໍ່ໄດ້ໄລ້ສົດຫຼິ້ນດົນຕຣີເປີດໝວກຜ່ານໂຊຊຽວ

ເພື່ອຫາເງິນຮັກສາພໍ່ ແຕ່ສຸດທ້າຍໂລກຮ້າຍກໍ່ໄດ້ພາກພໍ່ໄປຕະຫຼອດການ