ແຂວງເຊກອງ ເຜີຍແຜ່ການດັດປັບລາຄານ້ຳປະປາ​

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ແຂວງເຊກອງ ເຜີຍແຜ່ການດັດປັບລາຄານ້ຳປະປາ​

ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານ ເພື່ອການຈັດຕັ້ງປະຕິບັດການດັດປັບລາຄານ້ຳປະປາ ຕາມແຜນດຳເນີນທຸລະກິດປີ​ 2019-2023 ແຂວງເຊກອງ​ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2022​ ໂດຍ​ການເປັນປະທານຂອງ​ທ່ານ ຂັນຕີ ສີລະວົງສາ

ຮອງເຈົ້າແຂວງເຊກອງ,​ ປະທານສະພາບໍລິຫານລັດວິສາຫະກິດນໍ້າປະປາ ເຂົ້າຮ່ວມເປັນປະທານ, ມີທ່ານ ບຸນເຫຼືອ ສີລິພັນ ອຳນວຍການລັດວິສາຫະກິດນ້ຳປະປາແຂວງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ພະແນກການອ້ອມຂ້າງແຂວງ ແລະ​ ນາຍບ້ານ 6 ບ້ານເທສະບານ ເຂົ້າຮ່ວມ.

ທ່ານ ສີໃສ ທອງຂຳ ຮອງອຳນວຍການລັດວິສາຫະກິດນ້ຳປະປາແຂວງເຊກອງລາຍງານວ່າ: ລັດວິສາຫະກິດບໍລິການນ້ຳປະປາແຂວງເຊກອງ ມີພື້ນທີ່ບໍລິການຢູ່ 4 ຕົວເມືອງ, ປະຊາກອນໄດ້ເຂົ້າເຖິງການບໍລິການ 37 ພັນກວ່າຄົນ,​ ກວມ 70% ຂອງປະຊາກອນໃນຕົວເມືອງ.

ສຳລັບໂຄງສ້າງລາຄານ້ຳປະປາທີ່ສະເໜີດັດປັບປີ 2020-2023 ປະກອບມີ: ປີ​ 2019 ລາຄາສະເລ່ຍຄົວເຮືອນ 3.450 ກີບຕໍ່ແມັດກ້ອນ, ສຳນັກງານອົງການຂອງລັດ ແລະທຸລະກິດ-ການຄ້າ- ການບໍລິການອຸດສາຫະກຳ-ໂຮງແຮມ 5.300 ກີບຕໍ່ແມັດກ້ອນ, ປີ 2023 ລາຄາສະເລ່ຍຄົວເຮືອນເພີ່ມຂຶ້ນຈາກ 3.450 ກີບ ໃນປີ 2019 ເປັນ 5.100 ກີບຕໍ່ແມັດກ້ອນ,

ສຳນັກງານອົງການຂອງລັດ ແລະທຸລະກິດ-ການຄ້າ- ການບໍລິການອຸດສາຫະກຳ-ໂຮງແຮມ ເພີ່ມຂຶ້ນຈາກ 5.300 ກີບຕໍ່ແມັດກ້ອນ ເປັນ 8.465 ກີບຕໍ່ແມັດກ້ອນ, ຜົນໄດ້ຮັບຈາກການດຳເນີນທຸລະກິດຂາຍນ້ຳ ປີ 2019 ໄດ້ 4 ຕື້ກ່ວາກີບ, ຄາດຄະເນປີ 2023 ໃຫ້ໄດ້ຫຼາຍກ່ວາ 9 ຕື້ກີບ, ຄາດໝາຍຜົນໄດ້ຮັບຂອງການສ້າງແຜນດຳເນີນທຸລະກິດ,

ຈະສູ້ຊົນເພີ່ມມູນຄ່າຂອງຊັບສິນຈາກ 52 ຕື້ໃນປີ 2019 ເປັນ 94 ຕື້ໃນປີ 2023, ເພີ່ມອັດຕາການເຂົ້າເຖິງການບໍລິການຂອງປະຊາກອນຈາກ 70% ໃນປີ​ 2019 ໃຫ້ໄດ້ 74% ໃນປີ 2023, ເພື່ອແນໃສ່ເຮັດໃຫ້ບັນລຸຕາມເປົ້າໝາຍຂອງລັດຖະບານວາງໄວ້ໃຫ້ໄດ້ 90% ໃນປີ 2030.

ນອກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນ ແລະສະເໜີໃຫ້ລັດວິສາຫະກິດນໍ້າປະປາ ປັບປຸງແກ້ໄຂຄືນການຊົມໃຊ້ນໍ້າບໍ່ພຽງພໍ, ກວດກາຄືນຄຸນນະພາບນໍ້າ ແລະແກ້ໄຂລະບົບນໍ້າຮົ່ວໄຫຼ ການສູນເສຍຂອງນໍ້າ ທັງນີ້ເພື່ອປະເມີນການບໍລິຫານຈັດການນໍ້າໃຫ້ມີຄຸນນະພາບ, ສະຖຽນລະພາບ ແລະຍືນຍົງ.

ໂອກາດດຽວກັນ​ ທ່ານ ຂັນຕີ ສີລະວົງສາ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດຕັ້ງປະຕິບັດວຽກງານນ້ຳປະປາໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຜູ້ບໍລິຫານນ້ຳປະປາ ແລະພະນັກງານວິຊາການ ສືບຕໍ່ປັບປຸງການບໍລິການໃຫ້ໄດ້ດີກວ່າເກົ່າ, ເອົາໃຈໃສ່ໃນການບໍລິການສະໜອງນ້ຳໃຫ້ປະຊາຊົນນຳໃຊ້ນ້ຳຢ່າງພຽງພໍ, ສ້າງ ແລະປັບປຸງແຜນ ຂໍ້ກຳນົດກົດລະບຽບ ພາຍໃນລັດວິສາຫະກິດ, ການຄຸ້ມຄອງດັດສົມບຸກຄະລະກອນ, ການຄຸ້ມຄອງບໍລິຫານລາຍຮັບ-ລາຍຈ່າຍ

ໃຫ້ມີປະສິດທິພາບສູງ ແລະຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາໜ່າງນໍ້າປະປາ ຢູ່ເມືອງ ລະມາມ ແລະເມືອງດາກຈຶງ ໃຫ້ສໍາເລັດຕາມແຜນການວາງໄວ້ ພ້ອມທັງສະຫຼຸບລາຍງານຄວາມຄືບໜ້າໃຫ້ການນຳແຂວງຮັບຊາບ, ທັງນີ້ເພື່ອແນໃສ່ເຮັດໃຫ້ວຽກງານນ້ຳປະປາມີການປັບປຸງແກ້ໄຂ ແລະຍົກລະດັບປະສິດທິພາບຂອງການສະໜອງບໍລິການນ້ຳປະປາເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

ຂ່າວ: ພຸດທະສອນ

Related Posts

Leave a Reply

Your email address will not be published. Required fields are marked *