Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລະວັງຝົນຕົກໜັກ! ໃນວັນທີ 18 ຫາ 21 ກຸມພາ 2022
Weather | ກົມອຸຕຸນິຍົມ ແລະ ອຸທົກກະສາດ. ໄດ້ໃຫ້ຮູ້ວ່າ: ເນື່ອງຈາກວ່າມວນອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ ຫາ ແຮງ,
ສົມທົບກັບສອງຂະບວນລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກພັດ ປົກຄຸມພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18 ຫາ 21 ກຸມພາ 2022
ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນ ລະດັບຄ່ອຍຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນແຂວງພາກເໜືອ ແລະ ພາກກາງ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງຕ່າງໆ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກຟ້າຮ້ອງຟ້າເຫຼື້ອມ,
ໝາກເຫັບຕົກ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ເສົາໄຟຟ້າ ແລະ ປ້າຍໂຄສະນາ ຫັກລົ້ມ, ຫຼັງຄາ ເຮືອນເປ່ເພ ພ້ອມນີ້ຜູ້ທີ່ຈະເດີນທາງໄປແຂວງພາກເໜືອຈົ່ງມີສະຕິຕໍ່ສະພາບດີນເຈື່ອນເນື່ອງຈາກອາດມີຝົນຕົກຕິດຕໍ່ກັນຫຼາຍວັນ.
