ກະຊວງສາທາລະນະສຸກຂອງລັດ North Rhine-Westphalia ປະເທດເຢຍລະມັນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ກະຊວງສາທາລະນະສຸກຂອງລັດ North Rhine-Westphalia ປະເທດເຢຍລະມັນ

ໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ ສປປ ລາວ ເພື່ອສະໜັບສະໜູນໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19.

ອຸປະກອນດັ່ງກ່າວລວມມີ ຜ້າອັດປາກ-ດັງ ຈຳນວນ 300,000 ອັນ ແລະ ໜ໊າກາກໃສ ຈຳນວນ 64,000 ອັນ ລວມມູນຄ່າທັງໝົດແມ່ນ 534,195 ໂດລາສະຫະລັດ. ການຂົນສົ່ງອຸປະກອນດັ່ງກ່າວຈາກປະເທດເຢຍລະມັນເຖິງປະເທດລາວ ແມ່ນໄດ້ຮັບການສະໜັບສະໜູນໂດຍ ອົງການອະນາໄມໂລກ ປະຈຳ ສປປ ລາວ.

ໂດຍການເຂົ້າຮ່ວມກ່າວຮັບໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ກ່າວມອບ

ໂດຍ ທ່ານ ນາງ Annette Knobloch ເອກອັກຄະລັດຖະທູດ ສາທາລະນະລັດ ສະຫະພັນເຢຍລະມັນ, Dr Ying-Ru Jacqueline LO, ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ແລະ ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

11 ກຸມພາ 2022 ກະຊວງສາທາລະນະສຸກ

Related Posts

Leave a Reply

Your email address will not be published. Required fields are marked *