Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ວັກຊິນ ແອັດສະຕາເຊເນກາຈຳນວນ 594.000 ໂດສ໌ ຈາກໂຄງການ COVAX ຮອບໃໝ່ ມາຮອດແລ້ວ
ວັນທີ 18 ກຸມພາ 2022 ນີ້, ສປປ ລາວ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຊະນິດແອດສະຕາເຊເນກາ (AstraZeneca/Oxford) ຈຳນວນ 594.000 ໂດສ໌ ຈາກໂຄງການ COVAX Facility ເຊິ່ງເປັນການຮ່ວມມື ລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ
ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO) ໂດຍມີ ອົງການອຸຍນີເຊບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.
ຕາມແຜນການສັກວັກຊິນກັນ ໂຄວິດ-19 ແຫ່ງຊາດ, ວັກຊິນ AstraZeneca ຊຸດນີ້ຈະໄດ້ນໍາໃຊ້ປ້ອງກັນເເກ່ກຸ່ມບູລິມະສິດ ເຊັ່ນ: ຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ ແລະ ພະນັກງານດ້ານສາທາລະນະສຸກ.
ພ້ອມດຽວກັນນັ້ນ, ວັກຊີນເຫລົ່ານີ້ ຍັງຈະໄດ້ນຳໃຊ້ກັບປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງປະຊາກອນທີ່ອາໄສຢູ່ເຂດຫ່າງໄກສອກຫລີກ, ເຂດທີ່ເຂົ້າເຖິງໄດ້ຍາກ ແລະ ຍັງຈະໄດ້ນໍາໃຊ້ເພື່ອໃຫ້ການປ້ອງກັນເພີ່ມເຕີມ (ໂດສ໌ທີ 3) ເເກ່ບຸກຄົນທີ່ມີຄວາມສ່ຽງສູງເປັນພິເສດຕໍ່ພະຍາດໂຄວິດ-19.
ວັກຊິນ AstraZeneca ຊຸດນີ້, ຈະຊ່ວຍເລັ່ງໃຫ້ ສປປ ລາວ ກ້າວໄປສູ່ປົ້າໝາຍການສັກວັກຊິນໃຫ້ໄດ້ 87,25% ຂອງປະຊາກອນ ພາຍໃນທ້າຍປີ 2022, ເຊິ່ງມາຮອດວັນທີ 16 ກຸມພາ 2022
ມີປະຊາກອນລາວປະມານ 65,83% ໄດ້ຮັບການສັກວັກຊິນ ປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແລະ ປະມານ 58% ເເມ່ນໄດ້ຮັບຄົບໂດສ໌ຕາມ ຄໍາແນະນໍາເເລ້ວ.
ຂໍ້ມູນ Lao National Radio