ພາກລັດ​ກຳລັງຄົ້ນຄວ້າ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ພາກລັດ​ກຳລັງຄົ້ນຄວ້າ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ,​ ຮຽກຮ້ອງໃຫ້ປະຢັດມັດທະຍັດໃນການໃຊ້ຈ່າຍ​ ຫັນໄປໃຊ້ຍານພາຫະນະທາງເລືອກ

ປັດຈຸບັນ, ສະພາບລາຄານໍ້າມັນເຊື້ອໄຟຕະຫຼາດໂລກ ເວົ້າລວມເວົ້າສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫຼາດສິງກະໂປ ແມ່ນມີລາຄາປັບຂຶ້ນສູງກວ່າ 100 ໂດລາສະຫະລັດຕໍ່ບາເຣວ ໂດຍສົມທຽບລາຄາສະເລ່ຍລະຫວ່າງວັນທີ 1 – 15 ກຸມພາ 2022 ກັບ ໄລຍະເວລາດຽວກັນ ຂອງເດືອນມັງກອນ 2022 ເຫັນວ່າ

ລາຄານໍ້າມັນແອັດຊັງພິເສດ ປັບຂຶ້ນ 14,20 ໂດລາສະຫະລັດຕໍ່ບາເຣວ ຫຼື ຄິດເປັນ 15 % (ຈາກລາຄາ 94,65 ເປັບຂຶ້ນເປັນ 108,85 ໂດລາຕໍ່ບາເຣວ), ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 13,77 ໂດລາຕໍ່ບາເຣວ ຫຼື ຄິດເປັນ 14,84 % (ຈາກລາຄາ 92,80 ປັບຂຶ້ນເປັນ 106,57 ໂດລາຕໍ່ບາເຣວ) ແລະ ລາຄານໍ້າມັນກາຊວນ ປັບຂຶ້ນ 14,69 ໂດລາຕໍ່ບາເຣວ ຫຼື ຄິດເປັນ 15,49 % (ຈາກລາຄາ 94,79 ປັບຂຶ້ນເປັນ 109,48 ໂດລາຕໍ່ບາເຣວ).

ປັດໄຈທີ່ເຮັດໃຫ້ລາຄານໍ້າມັນເຊື້ອໄຟສໍາເລັດຮູບ ເໜັງຕີງຂຶ້ນສູງ ແມ່ນເກີດຈາກບາງປັດໄຈ ເຊັ່ນ: ກຸ່ມປະເທດຜະລິດນ້ຳມັນ ໂດຍສະເພາະ ກຸ່ມ OPEC ແລະ ບັນດາປະເທດຜູ້ຜະລິດນໍ້າມັນຈໍານວນຫຼາຍ (ລາຍໃຫຍ່) ຍັງມີການແຂ່ງຂັນກັນຢູ່, ບັນຫາຄວາມບໍ່ສະຫງົບ ຢູ່ປະເທດຢູເຄຣນ ແລະ ມີຄວາມເປັນໄປໄດ້ທີ່ທ່າອ່ຽງລາຄານໍ້າມັນໃນຕະຫຼາດໂລກ ຍັງຈະສືບຕໍ່ປ່ຽນແປງຂຶ້ນໃນອັດຕາທີ່ສູງສຸດໃນຮອບ 8 ປີ.

ເຊີ່ງນໍ້າມັນເຊື້ອໄຟ ທີ່ຊົມໃຊ້ພາຍໃນປະເທດ ແມ່ນນໍາເຂົ້າຈາກໄທ ແລະ ສສ ຫວຽດນາມ ໂດຍມີການກໍານົດລາຄານໍາເຂົ້າຕາມການເໜັງຕີງຂຶ້ນ-ລົງຂອງຕະຫຼາດໃນແຕ່ລະໄລຍະ ເປັນໂຄງສ້າງລາຄານໍ້າມັນເຊື້ອໄຟ ທີປະກອບມີ 3 ສ່ວນສໍາຄັນ ຄື:

ລາຄານໍ້າມັນເຊື້ອໄຟ ທີ່ຕິດພັນກັບຕະຫຼາດໂລກ ກວມ 48 – 63 %, ພັນທະຕ່າງໆຂອງລັດ (ພາສີຂາເຂົ້າ, ອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ກອງທຶນທາງ) ກວມປະມານ 31 – 46 % ແລະ ຄ່າບໍລິການຂອງທຸລະກິດ ກວມປະມານ 6 % ຂອງຕົ້ນທຶນທັງໝົດ.

ສະນັ້ນ, ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂດຍລວມຂອງຊາດ ກໍຄືຕໍ່ການດຳລົງຊີວິດປະຈຳວັນຂອງສັງຄົມ, ການຂົນສົ່ງສິນຄ້າ, ອັດຕາເງິນເຟີ້, ຄ່າຄອງຊີບ ຫຼາຍເກີນໄປພາກລັດ ຈຶ່ງພ້ອມກັນຄົ້ນຄວ້າວິທີການແກ້ໄຂ ໂດຍນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ໄດ້ຫຼຸດອາກອນມູນຄ່າເພີ່ມ (ອມພ) ລົງເຫຼືອ 7% (ຈາກ 10 %).

ນອກຈາກນັ້ນ, ກໍໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟ ທຸກຊະນິດລົງເປັນແຕ່ລະໄລຍະ ເຊີ່ງມາຮອດປັດຈຸບັນຄັງແຮນໍ້າມັນເຊື້ອໄຟທຸກຊະນິດ ແມ່ນເຫຼືອ 0 ກີບ/ລິດ. ນອກຈາກນັ້ນ, ພາກລັດ ຍັງຈະໄດ້ສືບຕໍ່ຄົ້ນຄວ້າ ການເກັບເງິນກອງທຶນບູລະນະທາງຫຼວງ (ກທ ທາງ), ພາສີຂາເຂົ້າ, ອາກອນຊົມໃຊ້ (ອກຊ), ອາກອນມູນຄ່າເພີ່ມ (ອມພ), ອາກອນກໍາ ໄລ, ຂອດຂັ້ນ ແລະ ຄ່າໃຊ້ຈ່າຍເພີ່ມຂອງຜູ້ປະກອບການ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດບໍ່ສູງເກີນໄປ.

ຕໍ່ສະພາບດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະ ແມ່ນການຊົມໃຊ້ຍານພາຫະນະ ຫຼື ຫັນໄປໃຊ້ຍານພາຫະນະທາງເລືອກ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ

ຈົ່ງຢ່າໄດ້ສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໃນໄລຍະລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ.​

ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510.​

ຂໍ້ມູນ: ກົມການຄ້າພາຍໃນ, ທີ່ມາ: ຂ່າວເສດຖະກິດການຄ້າ

Related Posts

Leave a Reply

Your email address will not be published. Required fields are marked *