Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
*** ກັກຕົວກຸ່ມມົ້ວສຸມເສບຢາບ້າ ໄດ້ຄາເຮືອນ 14 ຄົນ ພ້ອມຂອງກາງຢາບ້າ 96 ເມັດ ***
ໃນໄລຍະການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປກສ ກຸ່ມ ໜອງໜ້ຽວ ເມືອງສີໂຄດຕະບອງ ໄດ້ເອົາໃຈໃສ່ແກ້ໄຂຈຸດມົ້ວສຸມເສບຢາເສບຕິດ (ຢາບ້າ) ຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ພາຍຫຼັງໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງ ວັນທີ 16 ກຸມພາ 2022 ປກສ ກຸ່ມໜອງໜ້ຽວ ສົມທົບກັບ ປກສ ບ້ານ ລົງກວດຄົ້ນຈຸດມົ້ວສຸມເສບຢາບ້າ ຢູ່ເຮືອນຂອງທ້າວ ເກດສະໜາ ຫຼື ເຕ້ຍ ອາຍຸ 35 ປີ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ສາມາດກັກຕົວເປົ້າໝາຍໄດ້ 14 ຄົນ ຍິງ 1 ຄົນ ພ້ອມຂອງກາງຢາບ້າທັງໝົດ 96 ເມັດ ພົບເຫັນຂອງກາງຢາບ້າຢູ່ນໍາຕົວ ທ້າວ ກຸ່ຍ ອາຍຸ 24 ປີ ຈຳນວນ 91 ເມັດ ແລະ ທ້າວ ພິມພາ ອາຍຸ 70 ປີ ມີຢາບ້າ 5 ເມັດ ທັງສອງແມ່ນຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ປັດຈຸບັນຄະດີດັ່ງກ່າວ ປກສ ກຸ່ມໜອງໜ້ຽວ ໄດ້ສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງ ສີໂຄດຕະບອງ ດຳເນີນຄະດີຕາມຂັ້ນຕອນກົດໝາຍ, ສ່ວນ 12 ຄົນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ບັນທຶກປະຫວັດການເຄື່ອນໄຫວໄວ້ ແລະ ໃຫ້ຜູ້ປົກຄອງຮັບປະກັນເອົາໄປສືບຕໍ່ສຶກສາອົບຮົມ.