ໜຸ່ມຖືກລັກລົດ ລາວເລີຍໄປລັກລົດຄົນອື່ນເພື່ອຊອກຫາລົດຕົນເອງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໜຸ່ມຖືກລັກລົດ ລາວເລີຍໄປລັກລົດຄົນອື່ນເພື່ອຊອກຫາລົດຕົນເອງ

Florida ເອີ້ນໄດ້ວ່າເປັນລັດໜຶ່ງຂອງສະຫະລັດອາເມຣິກາ ທີ່ມັກມີເລື່ອງລາວແປກໆ ເກີດຂຶ້ນຢູ່ສະເໝີ ແລະ ເມື່ອບໍ່ດົນມານີ້ ກໍໄດ້ມີກໍລະນີຂອງຊາຍ Florida ຄົນໜຶ່ງ ທີ່ລາວຖືກລັກລົດຫຼັງຈາກທີ່ກັບມາແຕ່ບາຣ໌ ແລະລາວກໍໄປລັກລົດຄົນອື່ນຕໍ່ ເພື່ອຊອກຫາລົດທີ່ຫາຍໄປ ສຸດທ້າຍລາວຂັບລົດທີ່ລາວລັກມາໄປຕິດຢູ່ທາງລົດໄຟ ແລະ ກໍຖືກລົດໄຟຕຳລົດຄັນດັ່ງກ່າວຈົນມຸ່ນບໍ່ເຫຼືອສະພາບດີເລີຍ.

ເລື່ອງລາວນີ້ເປັນຂອງ Bradford Weitzel ຊາຍ ອາຍຸ 38 ປີ ຈາກ Port St. Lucie ລັດ Florida ສະຫະລັດອາເມຣິກາ ທີ່ລາວຖືກຕຳຫຼວດຈັບໃນຂໍ້ຫາລັກເອົາລົດຂອງຜູ້ອື່ນໄປ ແລະ ເຮັດໃຫ້ລົດເປ່ເພເສຍຫາຍ.

Weitzel ກ່າວກັບຕຳຫຼວດວ່າ ລາວໄປກິນດື່ມທີ່ບາຣ໌ແຫ່ງໜຶ່ງໃນ Martin County ຫຼັງຈາກອອກຈາກບາຣ໌ແລ້ວ ເມື່ອຈະກັບ ກໍເລີຍຮູ້ວ່າລົດຂອງຕົນເອງຫາຍໄປ ແລະ ຊອກຫາບໍ່ເຫັນ ເຊິ່ງໃນຂະນະນັ້ນ Weitzel ສັງເກດເຫັນລົດຄັນໜຶ່ງທີ່ຈອດຢູ່ບໍລິເວນດຽວກັນ ລາວຈຶ່ງໄດ້ຂັບລົດຄັນດັ່ງກ່າວອອກໄປເພື່ອຊອກຫາລົດຂອງຕົນເອງ.

ແຕ່ Weitzel ເອີ້ນໄດ້ວ່າດວງຊວຍແດ່ ໃນຕອນນັ້ນແມ່ນ ລາວຢູ່ໃນອາການມຶນເມົາ ລາວໄດ້ຂັບລົດທີ່ລາວລັກມາ ແຕ່ມັນໄປຕິດທີ່ຮາງລົດໄຟ, Weitzel ພະຍາຍາມເລັ່ງ ລົດອອກ ແຕ່ເຮັດວິທີໃດລົດກໍບໍ່ຫຼຸດອອກເລີຍ.

ໃນຂະນະນັ້ນລົດໄຟກໍກຳລັງແລ່ນເຂົ້າມາຫາ Weitzel ຕັ້ງ ສະຕິໄດ້ແລະໜີອອກມາທັນກ່ອນທີ່ລົດໄຟຈະແລ່ນເຂົ້າມາ ຕຳລົດທີ່ລາວລັກມາ ຈົນເຮັດໃຫ້ລົດຄັນດັ່ງກ່າວມຸນບໍ່ເປັນ ສະພາບດີເລີຍ.

ທີ່ກ່າວມາຂ້າງເທິງແມ່ນຄຳໃຫ້ການຂອງ Weitzel ກັບ ເຈົ້າໜ້າທີ່ ແລະ Weitzel ກໍຍັງໃຫ້ສໍາພາດກັບສື່ທ້ອງຖິ່ນ ວ່າ: “ຫຼັງຈາກທີ່ລົດໄຟຕຳລົດຂ້ອຍ (ລົດທີ່ລັກມາ) ແລະລົດ ມັນກໍບິນໄປຕຳກັບເຮືອນທີ່ຢູ່ໃກ້ໆບໍລິເວນນັ້ນ ເຮັດໃຫ້ເຈົ້າຂອງເຮືອນຕົກໃຈຕື່ນທັນທີ”

“ໂຊກດີທີ່ພວກເຂົາບໍ່ໄດ້ຮັບບາດເຈັບຫຍັງ ເຫດການນີ້ບໍ່ມີ ໃຜໄດ້ຮັບບາດ

Weitzel ຍັງກ່າວກັບຕໍາຫຼວດອີກວ່າ ສາເຫດທີ່ລາວເຮັດ ໄປນັ້ນແມ່ນເຮັດດ້ວຍຄວາມບໍລິສຸດໃຈ ແລະ ບໍ່ມີ ເຈດຕະນາທີ່ຈະໝັກລົດ.

ມີລາຍງານອີກວ່າ Weitzel ຖືກຕັ້ງຂໍ້ຫາລັກຊັບແລະກໍ່ອາ ຊະຍາກໍາທາງອາຍາ ເຊິ່ງຫຼັງຈາກນີ້ກໍຈະຕ້ອງໄດ້ມາສູ່ຄະດີໃນ ຊັ້ນສານ ແລະ ອາດມີຄ່າໃຊ້ຈ່າຍເພີ່ມຕື່ມ. ນອກນີ້ Weitzel ກໍຍັງບໍ່ລືມທີ່ຈະໃຫ້ເຈົ້າໜ້າທີ່ຊອກຫາລົດຂອງ ລາວ ເພາະຕອນນີ້ມັນຫາຍໄປ.

Related Posts

Leave a Reply

Your email address will not be published. Required fields are marked *