Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ນໍ້າປະປານະຄອນຫຼວງ! ແຈ້ງສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ
News | ລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໄດ້ໃຮູ້ວ່າ: ຈະໄດ້ມີການສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ
ຂອງໂຮງງານຜະລິດນໍ້າປະປາດົງໝາກຄາຍ ຂອງລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໃນວັນອັງຄານ ວັນທີ 22 ກຸມພາ 2022.
ຊຶ່ງໃນເວລາດຳເນີນງານແມ່ນຈະສົ່ງຜົນໃຫ້ມີນໍ້າອອກຄ່ອຍ ຫຼື ບໍ່ມີນໍ້າອອກໃນຂອບເຂດ 03 ເມືອງ ດັ່ງນີ້:
🏠 ເມືອງໄຊທານີ: ບ້ານໂພນຄຳ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງໝາກຄາຍ, ດອນຕິ້ວ, ດອນໜູນ, ດົງສ້າງຫີນ, ໄຊສະຫວ່າງ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ໜອງວຽງຄຳ, ຫ້ວຍແດນເມືອງ, ວຽງແກ້ວ, ນາທົ່ມ, ໜອງພະຍາ, ດົງໂດກ, ຕານມີໄຊ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄຳຮຸ່ງ, ສີວິໄລ
🏠 ເມືອງ ຈັນທະບູລີ: ບ້ານ ຫ້ວຍຫົງ, ໜອງທາເໜືອ, ໜອງທາໃຕ້, ຈອມມະນີ ແລະ ໂພນສະຫວ່າງ.
🏠 ເມືອງ ໄຊເສດຖາ: ບ້ານ ໜອງໜ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ, ໂຊກໃຫຍ່.
