Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຊາຍຫນຸ່ມຂັບລົດສົ່ງອາຫານຈົນສົ່ງຕົນເອງຮຽນຈົບປະລິນຍາເອກ.
ເປັນເລື່ອງລາວທີ່ຫຼາຍໆຄົນອອກມາຊື່ນຊົມໜຸ່ມຂັບລົດສົ່ງອາຫານທີ່ທຸ້ມເທເຮັດວຽກຢ່າງໜັກ ຈົນພາຕົວເອງເຮັດສິ່ງນີ້ໄດ້ສຳເລັດ ເພື່ອບໍ່ເປັນການເສຍເວລາໄປເບິ່ງກັນເລີຍໃນປັດຈຸບັນເຮົາກໍ່ຈະເຫັນວ່າມີຫຼາຍໆຄົນກໍ່ອອກມາຂັບລົດສົ່ງອາຫານກັນເປັນຈຳນວນຫຼວງຫຼາຍ

ເຊິ່ງໃນບ້ານເຮົາກໍ່ມີບໍລິສັດເຫຼົ່ານີ້ຢູ່ຢ່າງຫຼວງຫຼາຍບໍລິສັດ ແລະແຕ່ລະບໍລິສັດນັ້ນກໍ່ຈະມີຈຸດເດັ່ນທີ່ແຕກຕ່າງກັນອອກໄປ ໃນປັດຈຸບັນກໍ່ຈະເຫັນວ່າຖ້າຫາກໃຜທີ່ວ່າງງານ ຫຼື ຢາກຈະມີລາຍໄດ້ເສີມກໍ່ມັກຈະຫັນໄປເປັນຄົນຂັບລົດສົ່ງອາຫານ
ທັ້ງສົ່ງອາຫານ ແລະ ສົ່ງເອກະສານອີກດ້ວຍອາຊີບນີ້ກໍ່ເປັນອີກໜຶ່ງອາຊີບທີ່ລາຍໄດ້ກໍ່ຂ້ອນຂ້າງໂອເຄເລີຍ ຖ້າຫາກດຸໝັ່ນແລ່ນລົດມື້ລະຫຼາຍຮອບ ກໍ່ຈະໄດ້ມື້ລະຫຼັກແສນເລີຍສຳຫຼັບອາຊີບນີ້ ແລະ ເປັນອີກໜຶ່ງອາຊີບທີ່ຫຼາຍໆຄົນເລືອກທີ່ຈະເຮັດທັ້ງ
ເປັນອາຊີບຫຼັກ ແລະ ເປັນອາຊີບເສີມອີກດ້ວຍເຮົາຈະເຫັນວ່າມີຄົນໃນວົງການບັນເທີງບ້ານເຮົາຫຼາຍໆຄົນກໍ່ໄດ້ເລືອກເຮັດອາຊີບນີ້ເປັນອາຊີບເສີມໃນຊ່ວງວ່າງງານ ແຕ່ມື້ນີ້ພວກເຮົາຈະພາທຸກທ່ານໄປເບິ່ງເລື່ອງລາວທີ່ອາດຈະເປັນແຮງບັນດານໃຈໃຫ້ກັບຫຼາຍໆຄົນເລີຍກໍ່ວ່າໄດ້ເລື່ອງລາວນີ້ເກີດຂຶ້ນທີ່ປະເທດມາເລເຊຍ ຜູ້ຊາຍຄົນນີ້ເປັນຄົນຂົບລົດສົ່ງອາຫານຂອງ ຟູດແພນດ້າ ເຂົາເຮັດວຽກໄປນຳ ແລະ ສົ່ງຕົວເອງ
ຮຽນໄປນຳ ໜຸ່ມຄົນນີ້ມີຊື່ວ່າ Mohd Akmal Azhar ອາຍຸ 36 ປີ ທີ່ລາວໄດ້ອອກມາໂພສເລື່ອງລາວນີ້ຂອງລາວລົງໃນກຸ່ມເຟສບຸກຂອງ Foodpanda Ridaer Malaysiaເປັນການໂພສຮູບພາບຂອງລາວທີ່ກຳລັງຖືວິທະຍານິພົນ ແລະ ລາວກໍ່ຍັງໃສ່ຊຸດຂອງຟູດແພນດ້າຢູ່ ພ້ອມກັບລະບຸຂໍ້ຄວາມເອົາໄວ້ວ່າ ຂອບໃຈຄອບຄົວ ແລະ ອາຈານ ທີ່ຄອຍສະໜັບສະໜູນລາວໃນການເດີນທາງສູ່ການຮຽນຮູ້ລາວສຶກສາທາງດ້ານ
ເທັກໂນໂລຍີເພສັຊກຳ ທີ່ມະຫາວິທະຍາໄລຊື່ດັງຂອງປະເທດ ມາເລເຊຍ ລາວເຜີຍວ່າ ລາວເລີ່ມເຮັດວຽກເປັນຄົນຂັບລົດສົ່ງອາຫານແບບເຕັມເວລາ ໃນຊ່ວງທີ່ລັດຖະບານມາເລເຊຍໄດ້ມີມາດຕະການຄວບຄຸມການເດີນທາງຂອງປະຊາຊົນ
ແລະ ການເຮັດວຽກເປັນຄົນຂັບລົດສ່ົງອາຫານເຮັດລາວໄດ້ຮຽນຮູ້ ຊອບສະກິວທັກສະຄວາມສາມາດເຊີງສະມັດະຖະນະຕ່າງໆຢ່າງເຊັ່ນການສື່ສານ ແລະ ການບໍລິຫານຈັດການເວລາລາວຈະເຮັດໜ້າທີ່ເປັນຄົນຂັບລົດສົ່ງອາຫານໃນຊ່ວງກາງເວັນ ແລະ ເຮັດວຽກວິໄຈວິທະຍານິພົນໃນຊ່ວງເວລາກາງຄືນ ເຊິ່ງບາງມື້ກໍ່ຕ້ອງເຂົ້າມະຫາວິທະຍາໄລເຮັດໃຫ້ບາງມື້ບໍ່ໄດ້ເຮັດວຽກ
ແລະ ການທີ່ຕ້ອງເຮັດວິທະຍານິພົນ ພ້ອມເຮັດວຽກໄປນຳກໍ່ເປັນສິ່ງທີ່ທ້າທາຍລາວຫຼາຍ ແຕ່ສິ່ງນີ້ກໍ່ເປັນສິ່ງທີ່ເຮັດໃຫ້ລາວມີລາຍໄດ້ຫຼັກໄປຊ່ວຍເຫຼືອຄອບຄົວຂອງລາວນັ້ນເອງຕ້ອງຂໍສະແດງຄວາມຊື່ນຊົມໜຸ່ມຂັບລົດສົ່ງອາຫານຄົນນີ້ທີ່ສົ່ງຕົວເອງຮຽນດ້ວຍການເປັນຄົນຂັບລົດສົ່ງອາຫານຈົນຈົບປະລິນຍາເອກເປັນທີ່ຮຽບຮ້ອຍແລ້ວ
