ເມົາແລ້ວຊອກຫາໂທລະສັບບໍ່ເຫັນ ເສຍອາລົມ ຈົກປືນຍິງຮ້ານຂາຍເຄື່ອງປະຊາຊົນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


*** ເມົາແລ້ວຊອກຫາໂທລະສັບບໍ່ເຫັນ ເສຍອາລົມ ຈົກປືນຍິງຮ້ານຂາຍເຄື່ອງປະຊາຊົນ ***

ພັທ ໂອໄດ ພິມມະຈັນ ຫົວໜ້າພະແນກສັນຕິບານ ປກສ ເມືອງສີສັດຕະນາກ ໃຫ້ຜູ້ວ່າ: ພາຍຫຼັງໄດ້ຮັບແຈ້ງທາງໂທລະສັບ ວ່າ: ມີຄົນຮ້າຍຍິງປືນໃສ່ຮ້ານຂາຍເຄື່ອງປະຊາຊົນ ຢູ່ເຂດບ້ານທົ່ງກາງ ເມືອງສີສັດຕະນາກ ເວລາ 21:30 ໂມງ ວັນທີ 17 ກຸມພາ 2022,

ຈາກນັ້ນ ເຈົ້າໜ້າທີ່ພະແນກສັນຕິບານ ສົມທົບກັບພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ, ປກສ ກຸ່ມວັດນາກ ແລະ ອໍານາດການປົກຄອງບ້ານທົ່ງກາງ ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້ ຮອດເວລາ 00:00 ໂມງ ວັນທີ 18 ກຸມພາ 2022,

ຈຶ່ງເຂົ້າກັກຕົວຜູ້ກໍ່ເຫດໄດ້ 1 ຄົນ ພ້ອມຂອງກາງອາວຸດເສິກ ປືນກ໋ອກ 9ມມ 1 ກະບອກ ແລະ ລູກປືນ 19 ລູກ ມາດໍາເນີນການສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເບື້ອງຕົ້ນໃຫ້ຮູ້ວ່າ: ຜູ້ກໍ່ເຫດ ຊື່ ທ້າວ ອາລີ ອາຍຸ 40 ປີ ພັກເຊົາ ຢູ່ບ້ານ ທ່າພະລານໄຊ ເມືອງສີສັດຕະນາກ ນວ ຮັບສາລະພາບວ່າ: ສາເຫດທີ່ຍິງປືນໃສ່ຮ້ານຂາຍເຄື່ອງປະຊາຊົນ ຍ້ອນວ່າຕົນເອງດື່ມສິ່ງມຶນເມົານໍາໝູ່ຢູ່ຮ້ານຈົນເມົາ ຕອນກັບແລ້ວຊອກຫາໂທລະສັບບໍ່ເຫັນ ຄິດວ່າລືມຢູ່ຮ້ານ

ຈຶ່ງກັບໄປຖາມເຈົ້າຂອງຮ້ານຂາຍເຄື່ອງວ່າເຫັນໂທລະສັບຂອງຕົນບໍ່ ແຕ່ເຈົ້າຂອງຮ້ານຕອບວ່າ: ບໍ່ເຫັນ ຈຶ່ງເກີດອາລົມໂມໂຫ ແລ້ວຈົກເອົາປືນສັ້ນ ຢູ່ແອວຂອງຕົນ ອອກມາຍິງໃສ່ຝາຮ້ານຂາຍເຄື່ອງ 1 ນັດ ຈາກນັ້ນ ກໍໜີມາເຮືອນ.

ປັດຈຸບັນຄະດີນີ້ ເຈົ້າໜ້າທີ່ພວມເລັ່ງ ສືບສວນ-ສອບສວນ ດໍາເນີນຄະດີຕາມຂັ້ນຕອນກກົດໝາຍ.

ທີ່ມາ

https://www.facebook.com/167357747079618/posts/1301520846996630/

Related Posts

Leave a Reply

Your email address will not be published. Required fields are marked *