Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຖ້າເກີດສົງຄາມຣັດເຊຍກັບຍູເຄຼນ ຈະສົ່ງຜົນຕໍ່ເສດຖະກິດໂລກ ແລະ ເສດຖະກິດລາວແນວໃດ?
ເກີດສົງຄາມຣັດເຊຍກັບຍູເຄຼນ ຈະສົ່ງຜົນຕໍ່ເສດຖະກິດໂລກ ແລະ ເສດຖະກິດລາວແນວໃດ?
ກໍລະນີຄວາມຄວາມຂັດແຍງທາງກາງເມືອງລະຫວ່າງຣັດເຊຍກັບຍູເຄຼນໄດ້ການເປັນປະເດັ່ນທີ່ທົ່ວໂລກຈັບຕາຢ່າງໃກ້ຊິດ ເພາະມີສັນຍານວ່າ ຣັດເຊຍອາດບຸກຍູເຄຼນໄດ້ທຸກເມື່ອ ເຊິ່ງສະຖານະການດັ່ງກ່າວອາດເຮັດໃຫ້ການປະເຊີນໜ້າລະຫວ່າງມະຫາອຳນາດຕາເວັນຕົກຢ່າງ ສະຫະລັດແລະພັນທະມິດນາໂຕທີ່ສະໜັບສະໜູນຍູເຄຼນ ກັບ ຣັດເຊຍແລະພັນທະມິດຂອງຣັດເຊຍຢ່າງຈີນ
ຈື່ງບໍ່ເລື່ອງແປຼກໃຈທີ່ຫຼາຍໆຄົນໃຫ້ຄວາມສົນໃຈແລະຈັບຕາເປັນພິເສດ ດັ່ງນັ້ນມື້ນີ້ 10 ຈະມາເລົ່າສູ່ຟັງ ຖ້າຣັດເຊຍຕັດສິນໃຈບຸກຍູເຄຼນແທ້ ແລ້ວຈະມີຜົນແນວໃດຕໍ່ເສດຖະກິດໂລກ ລວມທັ້ງເສດຖະກິດລາວຈະເປັນແນວໃດ?
ຜົນຕໍ່ເສດຖະກິດໂລກ
1. J.p. morgan ຄາດການວ່າ ຖ້າຫາກເກີດສົງຄາມຂື້ນຈິງ ລາຄານໍ້າມັນອາດເຕະໃນລະດັບ 120-150 ໂດລາ/ບາເຣວຢ່າງແນ່ນອນ (ລາຄານໍ້າມັນ real time ນະປະຈຸບັນຢູ່ທີ່ 92.66 ໂດລາ/ບາເຣວ) ເຊິ່ງຈະເຮັດໃຫ້ລາຄານໍ້າມັນຂື້ນສູງທີ່ສຸດໃນປະຫວັດສາດ ເນື່ອງຈາກວ່າສະຫະລັດເປັນຜູ້ຜະລິດນໍ້າມັນທີ່ລາຍໃຫຍ່ອັນດັບ 1 ຂອງໂລກ ແລະ ຣັດເຊຍເປັນຜູ້ລິດນໍ້າມັນລາຍໃຫຍ່ອັນດັບ 3 ຂອງໂລກ ແນ່ນອນສົ່ງຜົນເຮັດໃຫ້ລາຄານໍ້າມັນທົ່ວໂລກໄດ້ຮັບຜົນກະທົບໄປນຳ
2. ທະວີບເອີລົບໄດ້ຮັບຜົນກະທົບຈາກແກ໊ດທຳມະຊາດ ເນື່ອງຈາກທະວີບເອີລົບໄດ້ເພິ່ງພາແກ໊ດທຳມະຊາດຈາກຣັດເຊຍເປັນຈຳນວນຫຼາຍ ຖ້າຫາກມີການແບນ(Boycott)ຣັດເຊຍຂື້ນມາ ອາດສົ່ງຜົນເຮັດໃຫ້ຣັດເຊຍອາດຕອບໂຕ້ໂດຍການບໍ່ສົ່ງແກ໊ດໄປຍັງທະວີບເອີລົບ ກໍ່ຈະສົ່ງຜົນຕໍ່ລາຄາແກ໊ດທຳມະຊາດໃນເອີລົບເພີ່ມສູງຂື້ນອີກ
3. ເກີດຄວາມຜັນຜວນຊັບສິນສ່ຽງທົ່ວໂລກ ຢ່າງເຊັ່ນ cryptocurrency ລາຄາ Bitcoin ນະປະຈຸບັນຫຼຸດຈາກ 40,000 ໂດລາ/ບິດຄອຍ ລົງມາຢູ່ທີ່ 36,000 ໂດລາ/ບິດຄອຍ ລາຄາທອງຄຳເພິ່ມສູງຂື້ນເຕະລະດັບ 1,911 ໂດລາ/ອອນ ຕະຫຼາດຫຸ້ນທົ່ວໂລກເປີດຕະຫຼາດມາຕິດລົບເກືອບທຸກພູມມິພາກ ແນ່ນອນໃຜທີ່ຖືຊັບສິນສ່ຽງເຫຼົ່ານີ້ ກໍ່ຕ້ອງໄດ້ຕິດຕາມຂ່າວຢ່າງໃກ້ສິດ
4. ຍົກລະດັບພາວະເງິນເຟີ້ທົ່ວໂລກສູງຂື້ນອີກ ເນື່ອງມາຈາກຫຼາຍປະເທດເລີ່ມເປີດເມືອງຫຼາຍຂື້ນ (ເລີ່ມຢູ່ຮ່ວມກັບໂຄວິດ-19ແລ້ວ) ການບໍລິໂພກຂອງປະຊາຊົນເລີ່ມກັບມາ ລາຄານໍ້າມັນເຊື່ອໄຟເປັນທີ່ຕ້ອງການຫຼາຍຂື້ນ ເຮັດໃຫ້ທຸກປະເທດທົ່ວໂລກພົບບັນຫາລາຄາສິນຄ້າແພງຂື້ນ ແລະ ຖ້າຫາກເກີດສົງຄາມຣັດເຊຍບຸກຍູເຄຼນຈີງຂື້ນມາ ຈະເຮັດຫຼາຍປະເທດແບນ(Boycott)ຣັດເຊຍ
ດັ່ງທີ່ເຮົາຮູ້ກັນດີວ່າ ປະເທດຣັດເຊຍມີຂະໜາດເສດຖະກິດໃຫຍ່ອັນດັບ 11 ຂອງໂລກ ເປັນຜູ້ຜະລິດນໍ້າມັນລາຍໃຫຍ່ອັນດັບ 3 ຂອງໂລກ ເປັນຜູ້ສົ່ງແກ໊ດທຳມະຊາດອັນໜື່ງໄປຍັງເອີລົບ ແລະ ສິນຄ້າຕ່າງໆທົ່ວໂລກ ແນ່ນອນວ່າການແບນຣັດເຊຍຍິ່ງເຮັດໃຫ້ສິນຄ້າໃນຕະຫຼາດທົ່ວໂລກຂາດເເຄນຫຼາຍຂື້ນ ຈາກທີ່ທົ່ວໂລກພົບບັນຫາເກີດເຟີ້ຢູ່ແລ້ວ ຍິ່ງຊໍ້າເຕີ່ມພາວະເງີນເຟີ້ຂື້ນໄປອີກ
ເສດຖະກິດລາວ
ຫຼາຍໆຄົນຄິດວ່າປະເທດລາວເປັນປະເທດນ້ອຍໆ ຖ້າເກີດສົງຄາມເກີດຂື້ນກໍ່ຈະບໍ່ຄ່ອຍມີຜົນຫຍັງ ເນື່ອງຈາກປະເທດລາວບໍ່ໄດ້ມີສ່ວນພົວພັນເລື່ອງສົງຄາມນຳ ແລະ ຖ້າເກີດສົງຄາມຂື້ນຈີງກໍ່ຢູ່ຫ່າງໄກກັນຫຼາຍ ແຕ່ຍຸກປະຈຸບັນບໍ່ເປັນແບບນັ້ນອີກຕໍ່ໄປແລ້ວ ເພາະເປັນຍຸກ Globalization ທີ່ລະບົບເສດຖະກິດມີການເຊື່ອມໂຍງກັນ
ເມື່ອເກີດວິກິດບ່ອນໜື່ງອາດສົ່ງຜົນກະທົບແຜ່ລາມໄປ ແລະ ແນ່ນອນຖ້າເກີດສົງຄາມຣັດເຊຍກັບຍູເຄຼນຈິງ ເສດຖະກິດລາວກໍ່ຈະຮັບຜົນກະທົບໄປນຳ ໂດຍສະເພາະລາຄານໍ້າມັນເຊື້ອໄຟທີ່ມີຜົນຕໍ່ການທຳມາຫາກິນຂອງຄົນລາວຫຼາຍ ດັ່ງນັ້ນຖ້າເກີດເຫດການນັ້ນຈິງເຮົາອາດເຫັນລາຄານໍ້າມັນລິດລະ 20,000 ກີບໄວຂື້ນ ກໍ່ອາດເປັນໄດ້ (ດັ່ງທີ່ແອັດເຄີຍວິເຄາະໃນ Link ນີ້ https://www.facebook.com/101151048230978/posts/468797101466369/)
*ໜາຍເຫດ: ລາຄາຊັບສິນຕ່າງໆອີກຕາມເວລາ 10:30AM ວັນທີ 22/02/2022
cr: 10STORY