Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຖ້າຕ້ອງການໄປອາວະກາດຕ້ອງກຽມເງິນເທົ່າໃດ?
ລາຄາໃນການເດີນທາງກໍ່ຈະຂື້ນກັບບໍລິສັດທີ່ເຮົາເລືອກ ໂດຍບໍລິສັດທີ່ເດີນທາງໄປຍັງອາວະກາດຈະປະກອບມີດັ່ງນີ້ :
ຍານອາວະກາດ ຂອງ Virgin Galactic ໂດຍການເດີນທາງຮອບແລກນັ້ນ ເລີ່ມຕົ້ນທີ່ 6.6 ເຖີງ 8.3 ລ້ານ ບາດ (2.3ຕື້ກີບ – 2.9ຕື້ກີບ) ແຕ່ລ່າສຸດນັ້ນໄດ້ເພີ່ມຂື້ນເປັນ 15 ລ້ານບາດແລ້ວ (ປະມານ 5.3 ຕື້ກີບ) ການເດີນທາງຂອງ ບໍລິສັດນີ້ຈະເອີ້ນວ່າ Suborbital Flight ແລະ ຜູ້ໂດຍສານຈະໄດ້ແຕະຂອບອາກາດ ພຽງ 4 ນາທີ່ເທົ່ານັ້ນ.
ຍານອາວະກາດ ຂອງ Blue Origin ບໍລິສັດຂອງເຈຟ ເບໂຊ ມະຫາເສດຖີອັນດັບໜຶ່ງຂອງໂລກ ເຊີ່ງມີການເດີນທາງບໍ່ຕ່າງຈາກ Virgin Galactic ເລີຍ ກໍ່ຄືແບບ Suborbital Flight ແມ້ວ່າລາຄາປີ້ ທີ່ຖືກປະມູນໃນຮອບທີ່ຜ່ານມາ ຈະສູງເຖິງ 930 ລ້ານບາດ (330.4ຕື້ກີບ) ແຕ່ຢ່າງໃດກໍ່ຕາມຫາກເປີດຖ້ຽວບິນແບບເປັນທາງການແລ້ວ Blue Origin ຈະຕັ້ງລາຄາໃກ້ຄຽງກັບ Virgin Galactic
Space Perspective ທີ່ເປີດຕົວ ບອລລູນອາວະກາດ Spaceship Neptune” ໃນລາຄາ 4 ລ້ານບາດ. (1.4ຕື້ກີບ) ນອກຈາກ ບໍລິສັດທີ່ກ່າວມາແລ້ວຍັງມີອີກຫຼາຍບໍລິສັດເລີຍບໍ່ວ່າຈະເປັນ SpaceX ຂອງ ອີລອນ ມັສ ທີ່ມີໂປເຈັກທີ່ມີຊື່ວ່າ dearMoon ທີ່ຈະພາຊົມຮອບດວງຈັນ
ກິນເວລາປະມານ 6 ມື້ ແລະ Axiom Space ບໍລິສັດກໍ່ສ້າງສ່ວນປະກອບຂອງສະຖານີອາວະກາດກໍ່ຈະຫັນມາເປີດບໍລິການເພີ່ມ ໂດຍວາງແຜນຈະໃຫ້ບໍລິການຍານອາວະກາດ ເດີນທາງສູ່ສະຖານີອາວະກາດນານາຊາດເປັນເວລາ 10 ມື້.
ຈາກເລື່ອງລາວທັ້ງໝົດນີ້ເຮົາສາມາດສະຫຼຸບໄດ້ວ່າເທັກໂນໂລຊີໃນປັດຈຸບັນກຳລັງເຮັດໃຫ້ເຮົາເຂົ້າໃກ້ການເດີນທາງ ໄປຍັງອາວະກາດຢ່າງບໍ່ເຄີຍເປັນມາກ່ອນ ແລະ ການທ່ອງທ່ຽວຈະບໍ່ໄດ້ຈຳກັດຢູ່ໃນພື້ນໂລກເທົ່ານັ້ນ.
ອີກບໍ່ດົນ ການທ່ອງທ່ຽວອາວະກາດກໍ່ຈະມີລາຄາລົດລົງເລື້ອຍໆ ເຊີ່ງເປັນສັນຍານທີ່ບອກວ່າ ເຮົາກໍາລັງເຂົາສູ່ຍຸດແຫ່ງການທ່ອງທ່ຽວອາວະກາດເເລ້ວ ເປັນທີ່ຮຽບຮ້ອຍ.
ຂໍ້ມູນ ລົງທຶນແມນ