Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ບໍລິສັດ ເພີດລີເວີກໍ່ສ້າງຈີນ (ລາວ) ຈໍາກັດຜູ້ດຽວ ມອບເຄື່ອງຊ່ວຍເຫລືອຕ້ານໂຄວິດ-19 ມູນຄ່າ 200 ລ້ານກີບ*
ໃນວັນທີ 17 ກຸມພາ 2022 ທີ່ຫ້ອງວ່າການນະຄອນຫລວງງວຽງຈັນ, ບໍລິສັດເພີດລີເວີກໍ່ສ້າງຈີນ(ລາວ) ຈໍາກັດຜູ້ດຽວ(China Construction Pearl River (Lao) Co.,Ltd (CCPRL)
ໄດ້ມອບເຄື່ອງຊ່ວຍເຫລືອ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນເຊິ່ງປະກອບມີ ຜ້າອັດປາກ-ດັງ, ຖົງມື,ນໍ້າຢາລ້າງມື, ຊຸດພີພີອີ ແລະ ນໍ້າຢາຂ້າເຊື້ອ ລວມມູນຄ່າ200ລ້ານກີບ ໂດຍນຳພາຄະນະເຂົ້າມອບຂອງ ທ່ານນາງ ຮວງຢິ່ງເຝີຍ (Huang Yingfei) ຜູ້ຕາງໜ້າບໍລິສັດບໍລິສັດ CCPRL ແລະ ກ່າວຮັບຂອງທ່ານ ອາດສະພັງທອງ ສີພັນດອນເຈົ້າຄອງນະຄອນຫລວງວຽງຈັນ, ມີຫົວໜ້າພະແນກການທີ່ກ່ຽວຂ້ອງ ຂອງນະຄອນຫລວງວຽງຈັນ
ພ້ອມດ້ວຍ ຄູ່ຮ່ວມມືຂອງບໍລິສັດ ທີ່ນຳເຄື່ອງມາມອບ ເປັນຕົ້ນ ປະທານສະພາການຄ້າຈີນ ແຫ່ງ ສປປ ລາວ, ຜູ້ອຳນວຍທະນາຄານຈີນ (BOC), ປະທານບໍລິສັດ EGD, ປະທານບໍລິສັດ ພັດທະນາກະສິກຳທັນສະໄໝ JiaRun ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດCCPRL ທີ່ເຫັນຄວາມສໍາຄັນ ແລະ ປະກອບສ່ວນຊ່ວຍເຫລືອ ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ແລະ ຈະນໍາເອົາເຄື່ອງທີ່ໄດ້ຮັບຊ່ວຍເຫລືອຄັ້ງນີ້
ໄປໝູນໃຊ້ໃຫ້ຖືກຕາມຈຸດປະສົງ, ເປົ້າໝາຍ ແລະ ເກີດຜົນປະໂຫຍດສູງສຸດ, ທັງຈະເອົາໃຈໃສ່ຢ່າງສຸດຄວາມສາມາດ ໃນການແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ວຽກງານດັ່ງກ່າວມີການຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ມີຄວາມພ້ອມຮອບດ້ານ, ແນໃສ່ໃຫ້ການລະບາດຂອງພະຍາດຫລຸດລົງເປັນກ້າວໆ ແລະ ນຳພາປະຊາຊົນ ທົ່ວນະຄອນຫລວງວຽງຈັນ
ສາມາດດຳລົງຊິວິດປົກກະຕິແບບໃໝ່ຢ່າງມີຄວາມສຸກ, ພ້ອມດຽວກັນນີ້ ເພື່ອກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2024 ນີ້, ກໍຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນ ຮ່ວມແຮງຮ່ວມໃຈ ຈາກທາງບໍລິສັດເຊັ່ນດຽວກັນ.
ໃນໂອກາດດຽວກັນ, ທາງບໍລິສັດ ທີ່ນຳເຄື່ອງຊ່ວຍເຫລືອມາມອບໃນຄັ້ງນີ້ ກໍ່ສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານຂອງນະຄອນຫລວງວຽງຈັນໂດຍສະເພາະ ການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອປະກອບສ່ວນ ເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ
ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຜົນສຳເລັດ ເປັນຢ່າງດີ.ພ້ອມນີ້ທ່ານ ຫລີຈື້ຢົງ ປະທານສະພາການຄ້າຈີນ ປະຈໍາ ສປປ ລາວ, ຜູ້ອໍານວຍທະນາຄານຈີນ (BOC) ຍັງໄດ້ກ່າວວ່າ:
ທາງສະພາການຄ້າ ຈີນ ປະຈໍາ ສປປ ລາວເອງກໍໄດ້ຕິດຕາມການປະຕິບັດມາດຕະການຕ້ານການລະບາດພະຍາດ ໂຄວິດ-19 ໃນນະຄອນຫລວງວຽງຈັນເປັນພິເສດ, ການຊ່ວຍເຫລືອຂອງ ບໍລິສັດ CCPRL ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນວຽກງານດັ່ງກ່າວດ ແລະ ຍັງສະແດງໃຫ້ເຫັນເຖິງການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອຜ່ານຜ່າວິກິດການຂອງທັງສອງຊາດລາວ-ຈີນ.
ໃນຕອນທ້າຍ, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ທີ່ໄດ້ປະກອບສ່ວນຊຸກຍູ້ໃນຄັ້ງນີ້ ຕື່ມອີກ.