ຂ່າວດ່ວນ! ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກປະເພດ ທົ່ວປະເທດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຂ່າວດ່ວນ! ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກປະເພດ ທົ່ວປະເທດ

ຄັ້ງທີ 2​ ຂອງເດືອນກຸມພາ ແລະ ຄັ້ງທີ 5​ ຂອງປີ 2022.

ລາຄານໍ້າມັນ #ປັບຂຶ້ນຄັ້ງທີ5

ຂຶ້ນຕາມຄາດ ປັບຂຶ້ນລາຄາຂາຍຍ່ອຍນຳ້ມັນ ທົ່ວປະເທດ

  • ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 25 ກຸມພາ 2022; ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.
  • ການປັບລາຄານ້ໍາມັນເຊື້ອໄຟ ຄັ້ງນີ້ ແມ່ນໄດ້ປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ທຸກຊະນິດ ຄື:

ນ້ໍາມັນແອັດຊັງພິເສດ ປັບຂຶ້ນ 740 ກີບ/ລິດ,
ນ້ໍາມັນແອັດຊັງທໍາມະດາ ປັບຂຶ້ນ 670 ກີບ/ລິດ
ນ້ໍາມັນກາຊວນ ປັບຂຶ້ນ 420 ກີບ/ລິດ.

  • ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ

ສະບັບເລກທີ 0130/ກຄພນ, ລົງວັນທີ 22 ກຸມພາ 2022 ຈົນກວ່າຈະມີການປ່ຽນແປງ.

  • ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. – ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0168/ອຄ, ລົງວັນທີ 10 ກຸມພາ 2022.
    ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ

Related Posts

Leave a Reply

Your email address will not be published. Required fields are marked *