Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອີກແລ້ວ…!! ຕຳຫຼວດໄທຈັບໂຕຄົນລາວລັກລອບເຂົ້າປະເທດ 17 ຄົນ ມີ 2 ຄົນທີ່ກວດພົບເຊື້ອໂ ຄ ວິ ດ.
ອີງຕາມ ເພຈ “ເຄາະຂ່າວຄໍ່າ” ຂອງໄທລາຍງານວ່າ: ໃນຄືນວັນທີ 22 ກຸມພາ 2022 ຜ່ານມານີ້ ກອງພົນ ສຸນາລີ, ກອງພັນໃຫຍ່ 2305, ຕໍາຫຼວດປ້ອງກັນຊາຍແດນ 227 ພ້ອມດ້ວຍບັນດາກົມກອງ ສະກັດກັ້ນ ແລະ ຈັບຜູ້ລັກລອບ
ເຂົ້າເມືອງຜິດກົດໝາຍ ເຂດວັດຈິນດາມະນີ, ອຳເພີ ຊານຸມານ ຈັງຫວັດອຳນາດຈະເລີນ ເຊິ່ງສາມາດກັກຕົວຜູ້ຖືກຫາໄດ້ 17 ຄົນ ເດີນທາງຈາກ ສປປ ລາວ (ຊາຍ 10, ຍິງ.7), ພ້ອມຜູ້ນຳທາງເປັນຄົນໄທ 3 ຄົນ ແລະ ຂອງກາງພາຫະນະ 2 ຄັນ.

ໜ່ວຍງານໄດ້ທຳການກວດອຸນຫະພູມເບື້ອງຕົ້ນ ຍັງບໍ່ມີໃຜທີ່ອຸນຫະພູມສູງກວ່າ 37.5 ອົງສາ ແລະ ກວດຫາໂຄວິດ-19 ດ້ວຍການທົດສອບ ATK ຜົນປາກົດວ່າມີຜູ້ຕິດເຊື້ອ 2 ຄົນ,
ເຊິ່ງໜ່ວຍດັ່ງກ່າວໄດ້ຖືກແຍກອອກ ແລະ ມອບໃຫ້ສາທາລະນະສຸກອຳເພີຊານຸມານ ເພື່ອກວດເບິ່ງການຕິດເຊື້ອອີກຄັ້ງ. ໃນປັດຈຸບັນ ໜ່ວຍງານກ່ຽວຂ້ອງໄດ້ນຳຕົວຜູ້ຕ້ອງຫາພ້ອມກັບຂອງທີ່ກ່ຽວຂ້ອງໄປຍັງສະຖານີຕຳຫຼວດອຳເພີຊານຸມານ ເພື່ອຂະຫຍາຍຜົນຕື່ມອີກ.
ອີກແລ້ວ…!! ຕຳຫຼວດໄທຈັບໂຕຄົນລາວລັກລອບເຂົ້າປະເທດ 17 ຄົນ ມີ 2 ຄົນທີ່ກວດພົບເຊື້ອໂຄວິດ.