ບໍລິຄໍາໄຊ ມີຜູ້ຕິດເຊື້ອໂອມິຄຣອນ 3 ຄົນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


🔥 ບໍລິຄໍາໄຊ ມີຜູ້ຕິດເຊື້ອໂອມິຄຣອນ 3 ຄົນ
ຫລັງຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ ຖະແຫລງຂ່າວໃນວັນທີ 23 ກຸມພາ 2022 ກ່ຽວກັບຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ

ຢູ່ແຂວງບໍລິຄໍາໄຊ. ດຣ ບຸນຍັງ ພົມມະຈັນ, ຜູ້ອໍານວຍການໂຮງໝໍແຂວງບໍລິຄໍາໄຊ ໄດ້ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນດຽວກັນ ວ່າ: ຄວາມຈິງແລ້ວແມ່ຍິງ ອາຍຸ 60 ປີ ຢູ່ບ້ານ ຄໍາບອນ, ເມືອງບໍລິຄັນ ທີ່ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ ໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງ ໃນວັນທີ 27 ມັງກອນ 2022 ດ້ວຍອາການອິດເມື່ອຍ, ທັງປວດຕົນໂຕ ແລະ ກ້າມຊີ້ນ. ຜູ້ກ່ຽວມີພະຍາດປະຈໍາຕົວ ຄື: ເບົາຫວານ ແລະ ຄວາມດັນສູງ.

ເບື້ອງຕົ້ນແພດໝໍ ໄດ້ໃຫ້ຢາຕາມອາການ ແຕ່ບໍ່ເຊົາ ແລະ ມີອາການຕັນດັງເພີ່ມຕື່ມ. ຈາກນັ້ນ ມາຮອດວັນທີ 3 ກຸມພາ ແພດໝໍໄດ້ເກັບຕົວຢ່າງສົ່ງມາກວດຢູ່ນໍາຂະແໜງກ່ຽວຂ້ອງຂອງສູນກາງ ແລະ ໄດ້ຮັບຜົນໃນວັນທີ 5 ກຸມພາ ວ່າ: ຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ສາຍພັນ ໂອມິຄຣອນ.

ຕໍ່ເຫັດການທີ່ເກີດຂຶ້ນແພດໝໍຈາກໂຮງໝໍແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງ ເອົາຂໍ້ມູນຢູ່ບ້ານຂອງຜູ້ກ່ຽວ ທີ່ບ້ານຄໍາບອນ ເມືອງບໍລິຄັນ ພ້ອມທັງເກັບຕົວຢ່າງທຸກຄົນໃນຄອບຄົວ (ທັງໝົດມີ 5 ຄົນ,ລວມທັງຜູ້ກ່ຽວ) ມາກວດກາເຊື້ອ, ຜົນກວດອອກມາໃນວັນທີ 6 ກຸມພາ ປະກົດວ່າ: ມີ 1 ຄົນ ຄື:

ລຸກຊາຍຂອງລາວ ອາຍຸ 23 ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ. ສ່ວນຢູ່ໂຮງໝໍແຂວງ ໄດ້ເກັບຕົວຢ່າງຄົນເຈັບທີ່ນອນປິ່ນປົວຢູ່ຫ້ອງດຽວ, ລວມເຖີງແພດໝໍທັງໝົດທີ່ສໍາຜັດໃກ້ສິດກັບຜູ້ກ່ຽວທັງໝົດມາກວດຫາເຊື້ອ ຜົນປະກົດວ່າ: ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ ເພີ່ມອີກ 1 ຄົນ ເປັນແມ່ຍິງ ອາຍຸ 50 ທີ່ນອນປິ່ນປົວຢູ່ຫ້ອງດຽວກັນ ເຊີ່ງເປັນຄົນເຈັບມາຈາກ ເມືອງທ່າພະບາດ.

ດຣ ບຸນຍັງ ພົມມະຈັນ ຢືນຢັນວ່າ: ແມ່ຍິງອາຍຸ 60 ປີ ທີ່ຕິດເຊື້ອໃນຄັ້ງນີ້ ບໍ່ໄດ້ເດີນທາງໄປໃສ ແລະ ກ່ອນໜ້າເຂົ້າມາປິ່ນປົວຢູ່ໂຮງໝໍແຂວງໃນວັນທີ 27 ມັງກອນ, ຜູ້ກ່ຽວເຄີຍມາປິ່ນປົວຢູ່ໂຮງໝໍແຂວງມາກ່ອນໜ້ານີ້, ແຕ່ໄດ້ອອກໄປສືບຕໍ່ປິ່ນປົວຕົນເອງຢູ່ເຮືອນ, ດັ່ງນັ້ນ ການຕິດເຊື້ອຂອງຜູ້ກ່ຽວໃນຄັ້ງນີ້ ສົງໃສວ່າອາດຕິດນໍາລູກຊາຍຂອງລາວ ອາຍຸ 23 ປີ

ທີ່ມີອາຊີບເປັນນັກເສບດົນຕຣີຢູ່ນະຄອນຫລວງວຽງຈັນ ໄດ້ເດີນທາງໄປຢາມແມ່ໃນໄລຍະວັນທີ 25-26 ມັງກອນ ຜ່ານມາ ເພາະຕໍ່ມາຜູ້ກ່ຽວຖືກກວດພົບວ່າຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ, ແຕ່ບໍ່ໄດ້ສະແດງອາການຫຍັງອອກມາ.

ພ້ອມນີ້ ທ່ານຢືນຢັນວ່າ: ການຕິດເຊື້ອຂອງແມ່ຍິງ ອາຍຸ 60 ປີ ໃນຄັ້ງນີ້ ບໍ່ໄດ້ຕິດຢູ່ໂຮງໝໍແຂວງແຕ່ຢ່າງໃດ ເພາະສິ່ງທີ່ຢືນຢັນໄດ້ແມ່ນຜົນການກວດຫາເຊື້ອດັ່ງກ່າວນໍາແພດໝໍຢູ່ໂຮງໝໍທຸກຄົນທີ່ສຳຜັດໃກ້ສິດບໍ່ມີໃຜຕິດເຊື້ອແຕ່ຢ່າງໃດ.

ທ່ານຍັງຢືນຢັນຕື່ມວ່າ: ມາຮອດປັດຈຸບັນ ຢູ່ແຂວງບໍລິຄໍາໄຊ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສາຍພັນໂອມິຄຣອນ ແລ້ວ 3 ຄົນ ຄື: ແມ່ຍິງ ອາຍຸ 60 ປີ ແລະ ລູກຊາຍ ອາຍຸ 23 ປີ ຢູ່ບ້ານ ຄໍາບອນ, ເມືອງບໍລິຄໍາໄຊ ແລະ ອີກ 1 ຄົນ ຢູ່ເມືອງທ່າພະບາດ ທີ່ຕິດເຊື້ອນໍາແມ່ຍິງ ອາຍຸ 60 ປີ ຍ້ອນນອນປິ່ນປົວຢູ່ຫ້ອງດຽວກັນທີ່ໂຮງໝໍແຂວງ. ຢ່າງໃດກໍຕາມ ມາຮອດປັດຈຸບັນ ຜູ້ຕິດເຊື້ອດັ່ງກ່າວທັງ 3 ຄົນ

ໄດ້ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວສະເພາະຂອງແຂວງຈົນຫາຍດີ ແລະ ໄດ້ກັບໄປໃຊ້ຊີວິດປົກກະຕິໃນສັງຄົມໝົດແລ້ວ ຈິ່ງຮຽກຮ້ອງມາຍັງປະຊາຊົນພາຍໃນແຂວງບໍລິຄໍາໄຊ ຢ່າແຕກຕື່ນ ແຕ່ທຸກຄົນຕ້ອງບໍ່ປະໝາດ ແລະ ສືບຕໍ່ໃຊ້ຊີວິດປົກກະຕິແບບໃໝ່ ດ້ວຍການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມທີ່ຄະນະສະເພາະກິດຂອງແຂວງ ກໍຄື ສູນກາງວາງອອກ ຢ່າງເຂັ້ມງວດທີ່ສຸດ.

FM 90

Related Posts

Leave a Reply

Your email address will not be published. Required fields are marked *