! ຈັບແມ່ຕູ້ ພ້ອມຄູ່ຮ່ວມຂະບວນການລຸ້ນຫຼານລວມຂອງກາງ 1.072 ເມັດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


! ຈັບແມ່ຕູ້ ພ້ອມຄູ່ຮ່ວມຂະບວນການ ລຸ້ນຫຼານລວມຂອງກາງ 1.072 ເມັດ

ວັນທີ 21 ກຸມພາ 2022, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ກຸ່ມບ້ານໄຊ ເມືອງໄຊທານີ ເຂົ້າກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານດອນໜູນ ໄດ້ 3 ຄົນ ຊື່ນາງ ນາງ ອາຍຸ 50 ປີ ວ່າງງານ ມີຂອງກາງຢາບ້າ 1.053 ເມັດ, ທ້າວ ຕາບູ່ ອາຍຸ 19 ປີ

ກໍາມະກອນ ມີຂອງກາງຢາບ້າ 19 ເມັດ ແລະ ທ້າວ ແຫຼມ ອາຍຸ 18 ປີ ກໍາມະກອນ ( ຜູ້ຮ່ວມຂະບວນການ ) ພວກກ່ຽວພັກເຊົາ ຢູ່ບ້ານດອນໜູນ ເມືອງໄຊທານີ ນວ.

ຜ່ານການສອບສວນ ຜູ້ຖືກຫາທັງ 3 ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາບ້າທີ່ເຈົ້າໜ້າທີ່ພົບເຫັນ ແລະ ຢຶດໄດ້ນັ້ນ ແມ່ນຂອງກ່ຽວແທ້ ຜ່ານມາເລີ່ມພົວພັນເສບຢາບ້າມາແຕ່ປີ 2019 ໂດຍຊື້ນໍາໄວລຸ້ນທົ່ວໄປ, ຕົກມາຮອດຕົ້ນປີ 2022,

ເລີ່ມຄ້າຂາຍຢາບ້າ ໂດຍຮັບເອົານໍາຊາຍຄົນໜື່ງບໍ່ຮູ້ທີ່ຢູ່ ຈໍານວນ 3 ຄັ້ງ, ຄັ້ງລະ 1.000 ເມັດ ແລ້ວມາຂາຍໃຫ້ໄວລຸ້ນ ເຂດບ້ານດອນໜູນ, ຄັ້ງລ່າສຸດຮັບເອົາ 1.053 ເມັດ, ຕໍ່ມາວັນທີ 21 ກຸມພາ 2022,

ຈິ່ງຖືກເຈົ້າໜ້າທີ່ກັກຕົວ ພ້ອມກັບຜູ້ຮ່ວມຂະບວນການ ທ້າວ ຕາບູ່ ແລະ ທ້າວ ແຫຼມ ມາດໍາເນີນຄະດີ.

ປັດຈຸບັນ, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ພວມສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງຄ້າຂາຍຢາເສບຕິດ ມາດໍາເນີນຄະດີຕາມກົດໝາຍ.

ຂໍ້ມູນ:ປກສ ນວ

Related Posts

Leave a Reply

Your email address will not be published. Required fields are marked *