Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລະວັງ! ການຮັບຊື້ຊັບທີ່ໄດ້ຈາກການລັກມາ, ການສໍ້ໂກງແລະ ຍັກຍອກອາດຕິດຄຸກ ແລະ ຖືກປັບໃໝເງິນແບບບໍ່ຮູ້ຕົວ
ລະວັງ! ການຮັບຊື້ຊັບທີ່ໄດ້ຈາກການລັກມາ, ການສໍ້ໂກງແລະ ຍັກຍອກອາດຕິດຄຸກ ແລະ ຖືກປັບໃໝເງິນແບບບໍ່ຮູ້ຕົວ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວຖືວ່າມີເກືອບທຸກຮູບແບບມີທັງການຕົວະຍົວະຫຼອກລວງເອົາຊັບສິນເງິນຄໍາພາຫະນະ ວັດຖຸສິ່ງຂອງ, ການງັດແງະ, ປຸ້ນຊິງຊັບ ແລະ ອື່ນໆ
ຊຶ່ງຜູ້ໃດທີ່ຮູ້ແລ້ວວ່າຊັບສິນນັ້ນໄດ້ມາຈາກການລັກມາ, ການສໍ້ໂກງ ແລະ ຍັກຍອກແຕ່ຍັງຮັບຊື້ອາດຕິດຄຸກ ແລະ ຖືກປັບໃໝເງິນແບບບໍ່ຮູ້ຕົວ.
ອີງຕາມກົດໝາຍອາຍາຂອງປະເທດລາວ ມາດຕາ 244 ກ່ຽວກັບການຊື້ຊັບຢ່າງຜິດກົດໝາຍໃຫ້ຮູ້ວ່າ: ບຸກຄົນໃດຫາກຮູ້ວ່າຊັບທີ່ຜູ້ອື່ນໄດ້ມາຈາກການລັກ, ການປຸ້ນ, ການຍາດຊີງ, ການສໍ້ໂກງ, ການຍັກຍອກ ຫຼື ດ້ວຍວິທີອື່ນທີ່ຜິດກົດໝາຍແລ້ວຮັບເອົາ,
ຊື້ເອົາ, ເກັບຮັກສາ, ຊຸກເຊື່ອງ ຫຼື ນໍາໄປຂາຍຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 2 ປີ ແລະ ຈະຖືກປັບໃໝແຕ່ 3 ລ້ານ ຫາ 10 ລ້ານກີບ.
ນອກນັ້ນ,ໃນກໍລະນີທີ່ກະທໍາຜິດເປັນອາຈີນ (ເຮັດເລື້ອຍໆ), ມີການຈັດຕັ້ງເປັນກຸ່ມ ຫຼື ໃນກໍລະນີກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກຕັດອິດສະລະພາບແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໃໝແຕ່ 5 ລ້ານຫາ 15 ລ້ານກີບ.
ຂໍ້ມູນ: ຮູ້ເຮົາຮູ້ກົດໝາຍ