ເລີ່ມແລ້ວ ສົງຄາມຣັດ​ເຊຍ – ຢູເຄຣນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສຳນັກ​ຂ່າວສານ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງ​ກຽບ​ຂອງ​ອູ​ແກຣນ​ໃນ​ວັນ​ທີ 25 ກຸມພາ​ນີ້​ວ່າ: ປະທານາທິບໍດີ​ອູ​ແກຣນ Voldymir Zelensky ​ໄດ້​ກ່າວ​ຜ່ານ​ໂທລະພາບ​ແຫ່ງ​ຊາດ. ​

ໃນ​ຕອນ​ຮຸ່ງ​ເຊົ້າ​ຂອງ​ວັນ​ສຸກ​ຕາມ​ເວລາ​ທ້ອງ​ຖິ່ນ, 24 ຊົ່ວ​ໂມງ​ທຳ​ອິດ​ຫຼັງ​ຈາກ​ກອງທັບຣັດ​ເຊຍ​ໄດ້​ເຂົ້າ​ໄປ​ປະຕິບັດ​ງານ​ທາງ​ທະຫານ.ໃນເຂດ Donbas ທາງຕາເວັນອອກ ມີ​ຢ່າງ​ໜ້ອຍ 137 ຄົນ​ເສຍ​ຊີວິດ ​ໃນ​ນັ້ນ​ມີ​ທະຫານ ​ແລະ​ພົນລະ​ເຮືອນ ​ແລະ​ອີກ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ…

ຄວາມເສຍຫາຍພາຍຫຼັງທີ່ ຣັດເຊຍບຸກໂຈມຕີຫຼາຍເມືອງສໍາຄັນຂອງຢູເຄຣນ ທັງທາງບົກ ແລະ ທາງອາກາດ ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍສົບ. ຂະນະທີ່ ຝ່າຍຢູເຄຣນ ກໍອອກມາອ້າງວ່າສາມາດຍີງເຮືອນບິນຣັດເຊຍຕົກ 5 ລໍາ ແລະ ເຮລີຄອບເຕີ້ອີກ 1 ລໍາ ສົ່ງຜົນໃຫ້ສະຖານະການຕອນນີ້ຕຶງຄຽດທີ່ສຸດໃນເຂດພື້ນທີ່ປະທະ.

​ໃນ​ຂະນະ​ນັ້ນ, ຜູ້ນຳ​ອູ​ແກຣນ​ກໍ່​ປະກາດ “​ການ​ເຄື່ອນ​ໄຫວ​ທົ່ວ​ປວງ​ຊົນ” ຂອງ​ທົ່ວ​ປະ​ເທດ​ຄວນ​ສຳ​ເລັດ​ພາຍ​ໃນ 90 ວັນ, ​ໂດຍ​ຮຽກຮ້ອງ​ໃຫ້​ລະດົມ​ກຳລັງ​ສຳຮອງ ​ແລະທະຫານ​ບົກ​ທັງ​ໝົດ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອົງການ​ອົບ​ພະຍົບຂອງ​ສະຫະ​ປະຊາ​ຊາດ (UNSC) ​ໄດ້​ລາຍ​ງານ​ການ​ລີ້​ໄພ​ຂອງ​ຊາວ​ຢູ​ເຄຣນ 100,000 ກວ່າ​ຄົນ​ໃນ​ມື້​ທຳ​ອິດ​ຂອງ​ການ​ປະ​ທະ​ກັນ.

ສ່ວນໃຫຍ່ເດີນທາງໄປປະເທດເພື່ອນບ້ານ ເຊັ່ນ: ໂປແລນ, ມອນໂດວາ, ໂຣມາເນຍ ແລະ ຮັງກາຣີ… ປະທານາທິບໍດີ Vladimir Putin ກ່າວໃນຕອນນຶ່ງໃນຖະແຫຼງການຂອງການປະຕິບັດງານທາງທະຫານ. ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ຢືນຢັນ​ວ່າ ຣັດ​ເຊຍ​ບໍ່​ມີ​ເຈດ​ຕະນາ​ຈະ​ຍຶດຄອງ​ຢູ​ເຄຣນ.

ແຕ່ລັດຖະບານ ມອສໂຄ “ບໍ່ມີທາງເລືອກອື່ນ” ແລະ “ຈະຕອບສະຫນອງທັນທີ. ຖ້າກຳລັງພາຍນອກພະຍາຍາມແຊກແຊງ.” “ບຸກ​ໂຈມ​ຕີຣັດ​ເຊຍ​ຈະ​ພາ​ໃຫ້​ເກີດ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຕໍ່​ຜູ້​ຮຸກ​ຮານ”…ລັດ.

ດຖະບານມອສໂຄ ໄດ້ຮຽກຮ້ອງໃຫ້ອົງການສົນທິສັນຍາອັດລັງຕິກເໜືອ (ນາ​ໂຕ້, ໃນນັ້ນ ສະຫະລັດ ເປັນສະມາຊິກສຳຄັນ, ຕອບສະໜອງ “ການຮັບປະກັນຄວາມປອດໄພ” ທີ່ລວມເຖິງການບໍ່ຂະຫຍາຍອິດທິພົນທາງທະຫານໃນພາກຕາເວັນອອກ. ​ແລະ​

ບໍ່​ຮັບ​ເອົາ​ຢູ​ເຄຣນ​ເຂົ້າ​ເປັນ​ສະມາຊິກ​ຂອງ​ນາ​ໂຕ “ເພື່ອຢຸດການຂົ່ມຂູ່” ຕໍ່ຄວາມປອດໄພຂອງລັດເຊຍ ​ແຕ່​ນາ​ໂຕ​້ແລະ​ອາ​ເມ​ລິ​ກາ​ບໍ່​ໄດ້​ຕອບ​ໂຕ້….

…………​ຊົມຄລີບ

Related Posts

Leave a Reply

Your email address will not be published. Required fields are marked *